ຫວຽດນາມ ແລະ ອາເມລິກາຊຸກຍູ້ການພົວພັນສອງຝ່າຍ

(VOVWORLD) - ໃນລະຫວ່າງວັນທີ 10 -13 ກັນຍາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ນຳໜ້າ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ ອາເມລິກາ. 
ຫວຽດນາມ ແລະ ອາເມລິກາຊຸກຍູ້ການພົວພັນສອງຝ່າຍ - ảnh 1

ໃນໄລຍະຢູ່ຢ້ຽມຢາມ, ຄະນະມີການພົບປະ ແລະ ເຮັດວຽກກັບຜູ້ຕາງໜ້າກຸ່ມເພື່ອນມິດຝ່າຍຊ້າຍຢູ່ ອາເມລິກາ, ຄະນະການນຳພັກກອມມູນິດ ອາເມລິກາ, ປະທານອະນຸກຳມະການ ອາຊີ - ປາຊີຟິກ ຂຶ້ນກັບກຳມາທິການການຕ່າງປະເທດສະພາສູງ, ປະທານອະນຸກຳມະການອາຊີ - ປາຊີຟິກ ຂຶ້ນກັບ ກຳມາທິການການຕ່າງປະເທດສະພາຕ່ຳ… ເມື່ອແລກປ່ຽນກ່ຽວກັບບັນດາຄູ່ຮ່ວມມືຢູ່ ອາເມລິກາ, ຄະນະຜູ້ແທນ ຫວຽດນາມ ໄດ້ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນ ສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ, ການຮ່ວມມືຮອບດ້ານກັບ ອາເມລິກາ ບົນພື້ນຖານເຄົາລົບ ແລະ ເສີມຂະຫຍາຍຂອບເຂດການພົວພັນ 2 ປະເທດທີ່ໄດ້ຮັບການສ້າງຕັ້ງຈາກບັນດາການຢ້ຽມຢາມຂັ້ນສູງໃນໄລຍະມໍ່ໆມານີ້, ເພີ່ມທະວີ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈເພື່ອນຳການພົວພັນ 2 ຝ່າຍພັດທະນາເປັນປົກກະຕິ, ແທດຈິງ, ຍືນຍົງມຸ່ງໄປເຖິງອະນາຄົດ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນຮັກສາ, ສັນຕິພາບສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ ແລະ ຢູ່ໃນໂລກ.

        ໃນການພົບປະຄັ້ງຕ່າງໆ, 2 ຝ່າຍກໍ່ແລກປ່ຽນກ່ຽວກັບບາງບັນຫາພາກພື້ນພວມໄດ້ຮັບຄວາມສົນໃຈຈາກສາກົນໃນປະຈຸບັນຄື: ບັນຫາທະເລຕາເວັນອອກ ຫຼື ຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ