(vovworld) – ໃນຂອບເຂດໂຄງການ “ໜູນຊ່ວຍການຫລຸດຜ່ອນຄວາມທຸກຍາກຮອບດ້ານ ຢູ່ເຂດຕົວເມືອງ” ແລະ ໄດ້ຮັບການອຸປະຖຳຂອງໂຄງການພັດທະນາຂອງສະຫະປະຊາຊາດ (UNDP), ຄະນະຜູ້ແທນນະຄອນ ໂຮ່ຈີມິນ ໂດຍທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ເຣື໋ອງອກທ້ວນ ນຳໜ້າ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ເມກຊີໂກ ເພື່ອແນໃສ່ແບ່ງປັນບົດຮຽນກ່ຽວກັບການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ພິເສດແມ່ນຢູ່ເຂດຕົວເມືອງ. ໃນໄລຍະຢູ່ຢ້ຽມຢາມແຕ່ວັນທີ 2 – 12/8, ຄະນະໄດ້ເຮັດວຽກກັບຜູ້ຕາງໜ້າ ແລະ ນັກຊ່ຽວຊານຂັ້ນສູງຂອງສະພາແຫ່ງຊາດ ກ່ຽວກັບການຕີລາຄານະໂຍບາຍສັງຄົມເມກຊີໂກ (CONEVAL), ກະຊວງພັດທະນາສັງຄົມ (SEDESOL) ເມກຊີໂກ, ແລກປ່ຽນກັບການນຳ ແລະ ສຳຫລວດຕົວຈິງຢູ່ບາງເມືອງຂອງນະຄອນຫຼວງ ແລະ ລັດ Puebla, ຫ່າງຈາກນະຄອນຫຼວງ ເມກຊີໂກ ໄປທາງທິດຕາເວັນອອກກ່ວາ 100 ກມ.
ທີ່ການແລກປ່ຽນຄັ້ງຕ່າງໆ, 2 ຝ່າຍໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບວິທີວັດແທກຄວາມທຸກຍາກຮອບດ້ານ, ກົນໄກ ແລະ ມາດຕະການຕິດຕາມຄວາມທຸກຍາກຮອບດ້ານ, ມາດຖານກຳນົດເປົ້າໝາຍທຸກຍາກຮອບດ້ານ.