ຫວຽດນາມ ແລະ ແຟງລັງ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

(VOVWORLD) -ວັນທີ 22 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ແຟງລັງ Pekka Haavisto.

ຫວຽດນາມ ແລະ ແຟງລັງ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1 (ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ)

2 ຝ່າຍໄດ້ແລກປ່ຽນກ່ຽວກັບມາດຕະການເພື່ອຊຸກຍູ້ການພົວພັນທາງດ້ານເສດຖະກິດ-ການຄ້າ, ການລົງທຶນລະຫວ່າງ 2 ປະເທດ ໃນສະພາບທີ່ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ຫາກໍ່ມີຜົນສັກສິດ, ກໍ່ຄືເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ, ສິ່ງແວດລ້ອມ…

        ສ່ວນທ່ານລັດຖະມົນຕີ Pekka Haavisto ຊົມເຊີຍ ຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ 2020 ປະສົບຜົນສຳເລັດ; ທ່ານຕີລາຄາສູງຕໍ່ບົດບາດ, ທີ່ຕັ້ງ ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ກໍ່ສະເໜີໃຫ້ ແຟງລັງ ສືບຕໍ່ສະໜັບສະໜູນ, ໜູນຊ່ວຍ, ແບ່ງປັນກັບຫວຽດນາມ ໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນຂອບເຂດສະຫະປະຊາຊາດ ແລະ ບັນດາເວທີປາໄສຫຼາຍຝ່າຍອື່ນ; ທ່ານເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ທີ່ມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງອາຊຽນ ກັບ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ