(vovworld) - ໂດຍຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ໂມສາມບິ໋ກ, Odemiro Baloi, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໄປຢ້ຽມຢາມ ໂມສຊຳບິ໋ກ ຢ່າງເປັນທາງການ ໃນລະຫວ່າງວັນທີ 08 – 09 ສິງຫາ. ໃນການເຈລະຈາລະຫວ່າງລັດຖະມົນຕີ 2 ທ່ານ ໃນວັນທີ 09 ສິງຫາ, 2 ຝ່າຍໄດ້ຢືນຢັນສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ໜູນຊ່ວຍເຊິ່ງກັນ ແລະ ກັນໃນການເປີດກວ້າງການພົວພັນລະຫວ່າງປະຊາຄົມພັດທະນາພາກໃຕ້ອາຟະລິກາ (SADC) ແລະ ອາຊຽນ. ກ່ຽວກັບດ້ານການຄ້າ ແລະ ການລົງທຶນ, 2 ຝ່າຍເຫັນດີສຳຫຼວດຄວາມສາມາດສ້າງຕັ້ງການພົວພັນຄູ່ຮ່ວມມື, ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບດ້ານການຄ້າລະຫວ່າງ 2 ປະເທດໂດຍໄວ.
ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ຟ່າມບິ່ງມິງ, ທ່ານນາຍົກລັດຖະມົນ ໂມຊຳບິ໋ກ Alberto Vaquina ປາດຖະໜາວ່າ ຫວຽດນາມ ຈະຮ່ວມມືໃນບັນດາຂົງເຂດປູກເຂົ້າສານ, ລ້ຽງປູກສິ້ນໃນນ້ຳ, ບຳລຸງສ້າງມະຫາວິທະຍາໄລ ແລະ ສອນວິຊາຊີບ. ທ່ານນາຍົກລັດຖະມົນຕີ Alberto Vaquina ໄດ້ຕີລາຄາສູງປະສິດທິຜົນຂອງບໍ່ລິສັດຮ່ວມທຸລະກິດ Movitel ຂອງກຸ່ມບໍລິສັດໂທລະຄົມກອງທັບ Viettel, ເຊິ່ງໄດ້ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງ ໂມຊຳບິ໋ກ.