ຫວຽດນາມ ແລະ ໄທ ເພີ່ມທະວີການຮ່ວມມື ດ້ານປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ

ຫວຽດນາມ ແລະ ໄທ ເພີ່ມທະວີການຮ່ວມມື ດ້ານປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ - ảnh 1
ຄະນະ​ກຳມະການ​ກວດກາ​ລັດຖະບານ​ຫວຽດນາມ ​
ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ NACC
(ພາບ: thanhtra.com.vn)


(vovworld) - ວັນ​ທີ 05 ສິງຫາ, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ກວດກາ​ລັດຖະບານ​ຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ກຳມະການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ໄທ (NACC) ​ໂດ​ຍທ່ານ​ປະທານ NACC ປານ​ເທບ ກາ​​​ໂຣງຣານ ນຳ​ໜ້າ. ທ່ານ​ຫົວໜ້າ​ຄະນະ​ກຳມະກາ​ນ​ກວດກາ​ລັດຖະບານ​ຫວຽດນາມ ​ຮີງຟອງ​ແຈງ ປາດ​ຖະໜາ​ວ່າ ​ໃນ​​ໄລຍະ​ຈະ​ມາ​ເຖິງ​ຄະນະ​ກຳມະການກວດກາ​ນລັດຖະບານຫວຽດນາມ ​ແລະ ຄະນະ​ກຳມະການປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ໄທ ຈະ​ຜັນ​ຂະຫຍາຍ​ວຽກ​ງານ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃຫ້​ດີກ​ວ່າ, ​ສົ​ມກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ ປານ​ເທບ ກາ​​​ໂຣງຣານ ຫວັງ​ວ່າ 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​​ແຈ້ງ​ຊັບ​ຊົມ​ບັດ​ລາຍ​ຮັບ​ຂອງ​ພະນັກງານ, ພາລະ​ກອນ. ​ NACC ຈະ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແຕ່​ວັນ​ທີ 04 – 10 ສິງຫາ​.
ຂ່າວ/ບົດ​ອື່ນ