ຫວຽດ​ນາມ ແລະ ໄທ ໃຫ້​ຄຳໝັ້ນ​ສັນ​ຍາ​ຍູ້​ແຮງ​ກາ​ນ​ຮ່ວມ​ມື

(VOVWORLD) -ໂຄສົກລັດຖະບານ ໄທ ທ່ານ ອະນຸຈາ ບູຣະພະໄຈສີ ໃຫ້ຮູ້ວ່າ ໄທ ແລະ ຫວຽດນາມ ຢັ້ງຢືນຄືນໃໝ່ຄຳຕັດສິນໃຈ ເຮັດໃຫ້ສາຍພົວພັນຮ່ວມມືສອງຝ່າຍເລິກເຊິ່ງຂຶ້ນຕື່ມ ແລະ ເຮັດວຽກນຳກັນຢ່າງແໜ້ນແຟ້ນກວ່າອີກ ໃນຂອບເຂດສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).
ຫວຽດ​ນາມ ແລະ ໄທ ໃຫ້​ຄຳໝັ້ນ​ສັນ​ຍາ​ຍູ້​ແຮງ​ກາ​ນ​ຮ່ວມ​ມື - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ປະຣາຢຸດ ຈັນໂອຊາ (ພາບ: TTXVN)

ສື່ມວນຊົນປະເທດປະຈຳຖິ່ນໄດ້ຄັດສະເໜີຄຳເວົ້າຂອງທ່ານ ອະນຸຈາ ທີ່ຊີ້ແຈ້ງຄຳໝັ້ນສັນຍາດັ່ງກ່າວ ໂດຍທ່ານນາຍົກລັດຖະມົນຕີ ໄທ ປະຣາຢຸດ ຈັນໂອຊາ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຍົກອອກມາໃນການໂອ້ລົມທາງໂທລະສັບໃນວັນທີ 6 ພະຈິກ. ໃນການໂອ້ລົມທາງໂທລະສັບຄັ້ງນີ້, ສອງຝ່າຍໄດ້ເຫັນດີພິຈາລະນາກສຍຈັດຕັ້ງກອງປະຊຸມຄະນະລັດຖະບານຮ່ວມກັນລະຫວ່າງ ໄທ - ຫວຽດນາມ (JCR) ຄັ້ງທີ 4 ໃນປີຈະມາເຖິງ ເມື່ອໂລກລະບາດໂຄວິດ - 19 ຫຼຸດຜ່ອນລົງ ເພື່ອສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ໃນການໂອ້ລົມດັ່ງກ່າວ ກໍໄດ້ເຕື້ອງເຖິງບັນຫາ ແມ່ນ້ຳຂອງ ໃນຂອບເຂດການຮ່ວມມື ແມ່ຂອງ - ແມ່ນ້ຳລ້ານຊ້າງ ແລະ ການເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ໃນການສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19.

        ຕາມທ່ານ ອະນຸຈາ ແລ້ວ, ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນໃນອາທິດໜ້າ ໂດຍ ຫວຽດນາມ ເປັນປະທານ, ຄາດວ່າ ໄທ ແລະ ຫວຽດນາມ ຈະແລກປ່ຽນທັດສະນະກ່ຽວກັບຫຼາຍບັນຫາອື່ນໆ ເປັນຕົ້ນແມ່ນ ສະເໜີສ້າງຕັ້ງ ສູນ ອາຊຽນ ຮັບຜິດຊອບບັນດາກໍລະນີສາທາລະນະສຸກສຸກເສີນ ແລະ ພະຍາດທີ່ເກີດຂຶ້ນໃໝ່ ກໍຄື ສ້າງຕັ້ງ ສາງສະສົມອຸປະກອນການແພດໃນພາກພື້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ