ຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືໃນຂົງເຂດເສນາຮັກ

(VOVWORLD) -ວັນທີ 18 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ປະເທດ ລາວ ໄດ້ດໍາເນີນກອງປະຊຸມວິທະຍາສາດລະຫວ່າງວິທະຍາຄານເສນາຮັກຫວຽດນາມ - ວິທະຍາຄານເສນາຮັກລາວ ຄັ້ງທໍາອິດ. 

ຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືໃນຂົງເຂດເສນາຮັກ - ảnh 1 ສາດສະດາຈານ, ປອ ໂດກວຽດ ຜູ່້ອໍານວຍການວິທະຍາຄານເສນາຮັກຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ

(ພາບ: Pham Kien/ນັກຂ່າວ ສໍານັກຂ່າວສານຫວຽດນາມ ປະຈໍາລາວ)

ກອງປະຊຸມວິທະຍາສາດຄັ້ງທໍາອິດ ຈະຊ່ວຍໃຫ້ຖັນແຖວຄູອາຈານ, ນັກປາຖະກະຖາຂອງລາວ ສາມາດອັບເດັດຄວາມຮູ້ທາງດ້ານວິທະຍາສາດ, ສ້າງລະບົບແນວຄິດ ຄົ້ນຄວ້າວິທະຍາສາດ, ຊ່ວຍຍົກສູງຄຸນນະພາບການສິດສອນ. ກອງປະຊຸມກໍແມ່ນກາລະໂອກາດ ເພື່ອໃຫ້ພະນັກງານ, ຄູອາຈານຂອງສອງວິທະຍາຄານ ໄດ້ແລກປ່ຽນຄວາມຮູ້ ແລະ ບົດຮຽນໃນຂົງເຂດຄົ້ນຄວ້າວິທະຍາສາດ, ຊ່ວຍບໍາລຸງສ້າງຖັນແຖວບັນດານັກວິທະຍາສາດຜູ້ໜຸ່ມແໜ້ນ ເພື່ອຮັບໃຊ້ວຽກງານບົ່ງມະຕິພະຍາດ, ປິ່ນປົວ ແລະ ເບິ່ງແຍງດູແລສຸຂະພາບໃຫ້ແກ່ທະຫານ.

        ສິ້ນສຸດກອງປະຊຸມ, ວິທະຍາຄານເສນາຮັກຫວຽດນາມ ແລະ ວິທະຍາຄານເສນາຮັກລາວ ໄດ້ລົງນາມໃນບົດບັນທຶກເຮັດວຽກ ກ່ຽວກັບແຜນການຮ່ວມມືປີ 2018 – 2019. 

ຕອບກັບ

ຂ່າວ/ບົດ​ອື່ນ