(VOVWORLD) - ວັນທີ 26 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ອະນາຄົດອາຊີ ຄັ້ງທີ 27 ໂດຍສຳນັກຂ່າວສານ Nikkei ຈັດຕັ້ງຢູ່ ໂຕກຽວ ໂດຍມີການນຳຫຼາຍປະເທດເຂົ້າຮ່ວມ, ພ້ອມດຽວກັນນັ້ນຈະໄດ້ຕ້ອນຮັບຄະນະການນຳລັດຖະບານ ຜູ້ກຳອຳນາດ ຂອງຍີ່ປຸ່ນ ຈຳນວນໜຶ່ງ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ແລະ ທ່ານ Yuji Kuroiwa ຜູ້ວ່າການແຂວງ Kanagawa |
ກ່ອນໜ້ານີ້, ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ ຍີ່ປຸ່ນ, ຕອນບ່າຍ ວັນທີ 25 ພຶດສະພາ ຢູ່ນະຄອນຫຼວງ ໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບ ທ່ານ Yuji Kuroiwa ຜູ້ວ່າການແຂວງ Kanagawa, ແລະ ທ່ານ Ichita Yamamotoຜູ້ວ່າການແຂວງ Gunma .
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕີລາຄາສູງຕໍ່ຄວາມມານະພາຍາຍາມ ຂອງສອງແຂວງ ໃນວຽກງານຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ກັບ ຫວຽດນາມ ໃນຂະນະມີທີ່ເກີດໂລກລະບາດ, ພ້ອມດຽວກັນນັ້ນກໍ່ຢືນຢັນວ່າບັນດາການເຄື່ອນໄຫວນີ້ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫ່ວາງປະຊາຊົນສອງປະເທດ.
ສ່ວນຜູ້ວ່າການ 2 ແຂວງ Kanagawa, ແລະ Gunma ກໍ່ໃຫ້ຄຳໝັ້ນສັນຍາຈະພະຍາຍາມຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ແລະ ເສດຖະກິດ ກັບ ຫວຽດນາມ, ພ້ອມທັງສະແດງ ຄວາມມຸ່ງມາດປາດຖະໜາຢາກຕ້ອນຮັບນັກສຶກສາຝຶກງານ ຂອງຫວຽດນາມຕື່ມອີກ.
ໃນວັນດຽວກັນ ຢູ່ ນະຄອນຫຼວງ ໂຕກຽວ ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ພົບປະໂອ້ລົມກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ຜູ້ຕາງໜ້າສະມາຄົມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ.