ຫວຽດນາມ Airlines ເປີດສະຫຼອງສາຍການບິນ ດ່າໜັງ - ບາງກອກ
(vovworld) – ໃນຕອນຄ່ຳ ວັນທີ 26/6, ຢູ່ນະຄອນດ່າໜັງ, ບໍລິສັດໃຫຍ່ການບິນຫວຽດນາມ (Vietnam Airlines) ໄດ້ເປີດສະຫຼອງສາຍບິນສາກົນໃໝ່ ດ່າໜັງ-ບາງກອກ (ໄທ) ຢ່າງເປັນທາງການ. ສາຍການບິນໃໝ່ ຂອງ Vietnam Airlines ເຄື່ອນໄຫວ 4 ທ້ຽວ/ອາທິດ ໃນບັນດາວັນຈັນ, ວັນພຸດ, ວັນພະຫັດ ແລະ ວັນອາທິດ ດ້ວຍເຮືອບິນ Airbus A321, ໄລຍະເວລາບິນແມ່ນ 1 ຊົ່ວໂມງ 35 ນາທີ. ທ່ານ ຈິ້ງຫ໋ງອກແທ່ງ, ຮອງຜູ້ອຳນວຍການໃຫຍ່ Vietnam Airlines ໃຫ້ຮູ້ວ່າ:
“ການເປີດສະຫຼອງສາຍການບິນໃໝ່ ການພິສູດໃຫ້ເຫັນຄວາມຕັດສິນໃຈ ແລະ ການຮ່ວມມື, ພ້ອມກັນຮ່ວມເດີນທາງ ລະຫວ່າງ ບໍລິສັດໃຫຍ່ການບິນຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນດ່າໜັງ ໃນການພັດທະນາເຄືອຄ່າຍບິນພາຍໃນ ແລະ ສາກົນ. ສາຍການບິນໃໝ່ກໍ່ຈະຊ່ວຍ Vietnam Airlines ສືບຕໍ່ຫັນຜະລິດຕະພັນເປັນຫຼາຍຮູບແບບ, ພັດທະນາເຄືອຄ່າຍການບິນ, ເພີ່ມທະວີຄວາມສາມາດແກ່ງແຍ່ງ ກໍ່ຄືຫັນບັນດາເປົ້າໝາຍໃຫ້ປະກົດຜົນເປັນຈິງ ແລະກາຍເປັນໜຶ່ງໃນບັນດາບໍລິສັດການບິນແຖວໜ້າ ຢູ່ພາກພື້ນ”.