ຫວຽດນາມ-ກູບາສືບຕໍ່ປັງປຸງການພົວພັນຮ່ວມມື2ຝ່າຍໃນທຸກຂົງເຂດ

ຫວຽດນາມ-ກູບາສືບຕໍ່ປັງປຸງການພົວພັນຮ່ວມມື2ຝ່າຍໃນທຸກຂົງເຂດ - ảnh 1

(ທ່ານປະທານປະເທດ ເຈືອງເຕີ໋ນຊາງ ແລະ ທ່ານປະທານ
 Raul Castro ຍ່າງກວດກອງກຽດຕິຍົດ)

(vovworld) –​​​ ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ປະທານ​ສະພາ​ແຫ່​ງລັດ ​ແລະ ສະພາ​ລັດຖະມົນຕີ​ແຫ່ງ ສ.ກູ​ບາ Raul Castro Ruz ,ທ່ານປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ພ້ອມ​ດ້ວຍພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດ ຫວຽດນາມ ​ໄດ້​ທຳ​ການ​ຢ້ຽ​ມຢາມ ກູ​ບາ ​ແຕ່​ວັນ​ທີ 28 -30/9. ຕອນ​ບ່າຍ​ວັນ​ທີ 29/9, ຢູ່​ນະຄອນຫລວງ ລາ​ຮາ​ບາ​ນາ, ພາຍຫລັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້​ເຈລະຈາ​ກັບ​ປະທານ Raul Castro Ruz ​ການ​ນຳ​ທັງ 2 ທ່າ​ນ​ໄດ້​ເຫັນ​ດີ​ຕີ​ລາຄາ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ກູ​ບາ ​ໃນ​ໄລຍະ​ທີ່​ຜ່ານ​ມາ ສືບ​ຕໍ່​ບັນລຸ​ບັນດາ​ບາດກ້າວ​ຂະຫຍາຍ​ຕົວໃໝ່ ​ແລະ ຕັ້ງໜ້າ​ໃນ​ຫລາຍ​ຂົງ​ເຂດ. ການ​ນຳ​ທັງ 2 ທ່ານ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຈະ​ສືບ​ຕໍ່​ປະຕິບັດ​ເປັນ​ປະຈຳ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ບັນດາ​ກົນ​ໄກ​ຄະນະ​ກຳມາ​ທິການ​ລະ​ຫວ່າງ​ລັດຖະບານ, ສົນທະນາ​ຍຸດ​ທະ​ສາດ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ທາ​ບທາມ​ການ​ເມືອງ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​, ຍູ້​ໄວ​ການ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ໃໝ່​ໂດຍ​ໄຫວ. ກ່ຽວ​ກັບ​ການ​ຮ່ວມ​ມື​ຫລາຍຝ່າຍ, ການ​ນຳ​ທັງ 2 ທ່ານ​ຢືນຢັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ ​ແລະ ຮ່ວມ​ມື​ກັນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ໂຄງການ​ສາກົນ ​ແລະ ​ເວທີ​ປາ​ໄສ​ຫລາຍ​ຝ່າຍ ​ແນ​ໃສ່​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດອັນ​ຊອບທຳ, ຍົກ​ສູ​ງອິດ​ທິຜົນ​ຊື່​ສຽງ ​ແລະ ທີ່​ຕັ້ງ​ບົດບາດ​ຂອງ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ຢູ່ 2 ພາກພື້ນ ​ແລະ ​ໃນ​​ໂລກ. ພາຍຫລັງ​ການ​ເຈລະຈາ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮັບຮອງ​ລະດັບ​ທຽບ​ເທົ່າ​ກ່ຽວ​ກັບ​ໃບ​ປະກາດສະ​ນິຍະ​ບັດ​ໃນ​ການ​ສຶກສາ​ຂັ້ນ​ມະຫາວິທະຍາ​ໄລ ຂັ້ນ​ລັດຖະບານ ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ ກ່ຽວ​ກັບ​ແລກປ່ຽນຂໍ້​ມູນ​ຂ່າວສານການ​ກວດກາ, ຕິດຕາມ​ກວດກາ​ທະນາຄານ​ລະຫວ່າງ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ​ແລະ ທະນາຄານ​ສູນ​ກາງ ກູ​ບາ.

        ແລະ​ກໍ​ໃນ​ວັນ​ທີ 29/9, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ Esteban Lazo. ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ການ​ນຳ ​ແລະ ປະຊາຊົນ ຫວຽດນາມ ຖື​ເປັນ​ສຳຄັນການຮັກສາ ​ແລະ ຕັດສິນ​ໃຈ​ເຮັດ​ໃຫ້​ມູນ​ເຊື້ອ​ການ​ພົວພັນ​ສາມັກຄີອ້າຍ​ນ້ອງ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ກູ​ບາ​ມີ​ຄວາມ​​ເລິກ​ເຊິ່ງບໍ່​ຢຸດ​ຢັ້ງ. ທ່ານ​ປະທານ​ປະ​ເທດ​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ນັບ​ມື້​ນັບ​ແໜ້ນ​ແຟ້ນລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ ທັງ​ໃນຂອບ​ເຂດ 2 ຝ່າຍ ​ແລະ ຫລາຍ​ຝ່າຍ, ກໍ​ຄື​ການ​ປະກອບສ່ວນ​ສຳຄັນ​ຂອງ​ຄະນະ​ສະພາ​ແຫ່ງ​ຊາດ ກູ​ບາ ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງກອງ​ປະ​ຊຸມ​ສະມັດຊາ​ໃຫຍ່​ສະຫະພັນລັດຖະສະພາ​ສາກົນ​ຄັ້ງທີ 132 (IPU 132) ​ໂດຍ ຫວຽດນາມ ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ​ໃນ​ຕົ້ນ​ປີ 2015. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ  Lazo ຂອບ​ໃຈ​ກາ​ນນຳ ​ແລະ ປະຊາຊົນ ຫວຽດນາມ ກ່ຽວ​ກັບ​ນ້ຳ​ໃຈສາມັກຄີ ​ແລະ ການ​ສະໜັບສະໜູນ​ອັນ​ລ້ຳ​ຄ່າ​ທີ່​ສະຫງວນ​ໃຫ້​ປະຊາຊົນ ກູ​ບາ, ພິ​ເສດ ​ແມ່ນ​ບັນດາ​​ໄລຍະ​ທີ່​ຫຍຸ້ງຍາກ​ຂອງ​ການ​ປະຕິວັດ ກູ​ບາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Lazo ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ ກູ​ບາ ຕັດສິນ​​ໃຈພ້ອມ​ກັບ​ສະພາ​ແຫ່ງ​ຊາດ ຫວຽດນາມ ສືບ​ຕໍ່​ມານະ​ພະຍາຍາມ ​ເພື່ອ​​ແນ​ໃສ່​ປະກອບ​ສ່ວນ​ປັບປຸງ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ ​ເສດຖະກິດ - ການ​ຄ້າ ​ແລະ ການ​ລົງທຶນ, ກໍ​ຄື​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ອົງການ​ສະຫະພັນລັດຖະສະພາ​ສາກົນ, ສູ້​ຊົນ​ສ້າງ​ການ​ພົວພັນ​ລະຫວ່າງ​ອົງການ​ນິຕິບັນຍັດລະຫວ່າງ 2 ປະ​ເທດ​ກາຍ​ເປັນປັດ​ໃຈ​ສຳຄັນ​ໃນ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ກູ​ບາ. ການ​ນຳ 2 ທ່ານ ​ໄດ້​ເຫັນ​ດີວ່າ: 2 ປະ​ເທດ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ແລກປ່ຽນ​ບົດຮຽນ ​ເຊິ່ງຖອດ​ຖອນມາ​ໄດ້​ໃນ​ພາລະກິດ​ພັດທະນາ​ຂອງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ເຂົ້າ​​ໃນການ​ຍົກ​ສູງ​ຄຸນ​ນະພາ​ບ, ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ວາງ​​ນະ​ໂຍບາຍ ​ແລະ ​ນິຕິບັນຍັດ​ຂອງ​ແຕ່ລະ​ປະ​ເທດ.



ຂ່າວ/ບົດ​ອື່ນ