ຫວຽດນາມກະກຽມຮອບດ້ານແລະຄົບຖ້ວນໃຫ້ແກ່ປີAPEC2017
ທ່ານບູ່ຍແທງເຊີນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ກ່າວຄຳເຫັນທີ່ການພົບປະສົນທະນາ
ພາບ:TTXVN
|
(vovworld)- ນັ້ນແມ່ນຄຳຢືນຢັນຂອງທ່ານບູ່ຍແທງເຊີນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ທີ່ການພົບປະສົນທະນາ “ພ້ອມກັນເພີ່ມທະວີການເຄື່ອນໄຫວເພື່ອວິໄສທັດຮ່ວມ APEC” ຊື່ງດຳເນີນໃນຕອນເຊົ້າວັນທີ 16/12 ຢູ່ ຮ່າໂນ້ຍ. ກ່າວຄຳເຫັນໄຂການພົບປະສົນທະນາ, ທ່ານ ບູ່ຍແທງເຊີນ ໃຫ້ຮູ້ວ່າ: ເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟີກ (APEC) ແມ່ນເນື້ອໃນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ ຮອດປີ 2020. ພ້ອມກັບບັນດາການເຄື່ອນໄຫວໃນຂອບເຂດ ອາຊຽນ, ສປຊ ແລະ ອົງການການຄ້າໂລກ (WTO), APEC 2017 ຈະແມ່ນເຫດການສະແດງໃຫ້ເຫັນວິວັດການເພີ່ມທະວີການພົວພັນຕ່າງປະເທດຫລາຍຝ່າຍ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານຂອງຫວຽດນາມ. ທີ່ການພົບປະສົນທະນາ, ບັນດາຜູ້ແທນ ໄດ້ສຸມໃສ່ແລກປ່ຽນບັນດາຫົວເລື່ອງຄື: ຍົກສູງທີ່ຕັ້ງບົດບາດຂອງ APEC, ມຸ່ງໄປສູ່ປີ 2025; ຍູ້ແຮງບັນດາຄວາມມານະພະຍາຍາມລວມ, ກະກຽມໃຫ້ປີ APEC ຫວຽດນາມ 2017.