ຫວຽດນາມກ່າວປະນາມບັນດາກໍລະນີບຸກໂຈມຕີແບບກໍ່ການຮ້າຍຢູ່ປາຣີປະເທດຝະລັ່ງ

ຫວຽດນາມກ່າວປະນາມບັນດາກໍລະນີບຸກໂຈມຕີແບບກໍ່ການຮ້າຍຢູ່ປາຣີປະເທດຝະລັ່ງ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ


(vovworld)-ຕໍ່​ໜ້າບັນ​ດາ​ກໍ​ລະ​ນີບຸກ​ໂຈມ​ຕີ​ແບບກໍ່​ການ​ຮ​້າຍ​ຢູ່​ປາ​ຣີ​ປະ​ເທດຝະ​ລັ່ງ, ວັນ​ທີ 14/11, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ຊີ້​ແຈ້ງວ່າ ຫວຽດ​ນາມ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງບັນ​ດາ​ກໍ​ລະ​ນີບຸກ​ໂຈມ​ຕີ​ແບບກໍ່​ການ​ຮ​້າຍ​​ທີ່​ແນ​ໃສ່​ສາ​ມັນ​ຊົນຢູ່​ປາ​ຣີ​ປະ​ເທດຝະ​ລັ່ງເມື່ອ​ວັນ​ທີ 13/11 ອັນ​ໄດ້​ເຮັດ​ໃຫ້ຫຼາຍ​ຄົນ​ເສຍ​ຊີ​ວິດ ແລະ ໄດ້​ຮັບ​ບາດ​ເຈັບ. ຫວຽດ​ນາມ​ຂໍ​ແບ່ງ​ເບົາ​ຄວາມ​ເຈັບ​ປວດ ແລະ ສູນ​ເສຍ​ອັນ​ໃຫຍ່ຫຼວງ​ເຊິ່ງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຝະ​ລັ່ງ​ກໍ​ຄື​​ບັນ​ດາ​ຄອບ​ຄົວ​ຜູ້​ຮັບ​ເຄາະ​ຮ້າຍ​ຕ້ອງ​ແບກ​ຫາບ. ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີ້ນ​ຊາງ​ໄດ້​ສົ່ງ​ໂທ​ລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ລົດ​ໃຈ ແລະ ຢ້ຽມ​ຢາມ​ຖາມ​ຂ່າວ​ເຖິງປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Hollande; ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ກໍ​ໄດ້​ສົ່ງ​ໂທ​ລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ລົດ​ໃຈ ແລະ ຢ້ຽມ​ຢາມ​ຖາມ​ຂ່າວ​ເຖິງນາ​ຍົກ​ລັດ​ຖະ​ມົນ​ຕີ​ຝະ​ລັ່ງ​ Manuen Valls . ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບີງ​ມິນ ກໍ​ໄດ້​ສົ່ງ​ໂທ​ລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ລົດ​ໃຈ ແລະ ຢ້ຽມ​ຢາມ​ຖາມ​ຂ່າວ​ເຖິງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຝະ​ລັ່ງ​ເຊັ່ນ​ດຽວ​ກັນ .
ຂ່າວ/ບົດ​ອື່ນ