ຫວຽດນາມກ່າວປະນາມບັນດາການເຄື່ອນໄຫວກໍ່ການຮ້າຍໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ປາກິດສະຖານ

ຫວຽດນາມກ່າວປະນາມບັນດາການເຄື່ອນໄຫວກໍ່ການຮ້າຍໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ປາກິດສະຖານ - ảnh 1
ທ່ານ​ເລ​ຫາຍ​ບີງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ
ພາບ:talkvietnam.com


(vovworld)-​​ຕໍ່​ຫນ້າ​​ກໍ​ລະ​ນີ​ທີ່​ກຳ​ລັງ​ກໍ່​ການ​ຮ້າຍບຸກ​ໂຈມ​ຕີ​ໂຮງ​ຮຽນ​ມັດ​ທະ​ຍົມ​ແຫ່ງ​ຫນຶ່ງ​ຢູ່​ນະ​ຄອນ Peshawa ທາງ​ທິດ​ເຫນືອ ປາ​ກິດ​ສະ​ຖານ ໄດ້​ເຮັດ​ໃຫ້​ມີຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ນັບ​ຮ້ອຍ​ຄົນ, ວັນ​ທີ 17/12, ທ່ານ​ເລ​ຫາຍ​ບີງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຊີ້​ແຈ້ງວ່າ: ຫວຽດ​ນາມ ກ່າວ​ປະ​ນາມ​ບັນ​ດາ​ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ​ດ້ວຍ​ທຸກ​ຮ​ູບ​ການ ແລະ ຖື​ວ່າ ເຫດ​ບຸກ​ໂຈມ​ຕ​ີ​ຢູ່ ປາ​ກິດ​ສະ​ຖານ ໃນ​ວັນ​ທີ 16/12 ເລັ່ງ​ໃສ່​ສາ​ມັນ​ຊົນ ແລະ ເດັກ​ນ້ອຍ ແມ່ນ​ການ​ກະ​ທຳ​ໂຫດ​ຮ້າຍ​ສາ​ມານບໍ່​ອາດ​ຮັບ​ຮູ​້​ໄດ​້. ຫວຽດ​ນາມ​ ຂໍ​ສົ່ງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ ແລະ ຄວາມ​ເຫັນ​ໃຈ​ຢ່າງ​ເລິ​ກ​ເຊິ່ງ​ມາ​ຍັງ​ລັດ​ຖະ​ບານ, ປະ​ຊາ​ຊົນ ປາ​ກິດ​ສະ​ຖານ ແລະ ຄອບ​ຄົວ​ຜູ້​ຖືກ​ເຄາະ​ຮ້າຍ ແລະ ເຊື່ອ​ໝັ້ນ​ວ່າ: ຜູ້​ກໍ່​ໃຫ້​ເກີດ​ເຫດບຸ​ກ​ໂຈມ​ຕີ​ດັ່ງ​ກ່າວ​ຈະ​ຖືກ​ປັບ​ໄຫມ​ລົງ​ໂທດ​ໂດຍ​ໄວ.

ວັນດຽ​ວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ເຕີນ​ຢູງ ໄດ້​ສົ່ງ​ໂທ​ລະ​ເລກ​ສ​ະ​ແດງ​ຄວາ​ມ​ເສົ້າ​ສະ​ຫລົດ​ໃຈ​ມາ​ຍັງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິດ​ສະ​ຖານ Nawaz Shafif, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ກໍ​ໄດ້​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ມາ​ຍັງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ປາ​ກິດ​ສ​ະ​ຖານ ເຊັ່ນ​ດຽວ​ກັນ.

 

ຂ່າວ/ບົດ​ອື່ນ