ຫວຽດນາມກ່າວປະນາມບັນດາເຫດບຸກໂຈມຕີກໍ່ການຮ້າຍຫວ່າງແລ້ວນີ້ຢູ່ອີຢິບ

ຫວຽດນາມກ່າວປະນາມບັນດາເຫດບຸກໂຈມຕີກໍ່ການຮ້າຍຫວ່າງແລ້ວນີ້ຢູ່ອີຢິບ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ​່ງ
(ພາບ​ປະ​ກອບ)

(vovworld) –​ ວັນ​ທີ 9/7, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເຫດ​ການ​ກຸ່ມກໍ່​ການ​ຮ້າຍ​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ “ລັດ​ອິດ​ສະ​ລາມ” ອ້າງ​ຊື່​ເອງ (IS) ໄດ້​ບຸກ​ໂຈ​ມ​ຕີ​ເຂົ້າ​ສະ​ຖານ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ປ້ອມ​ຕຳຫຼວດ​ແຫ່ງ​ໜຶ່ງ​ຢູ່​ເທດ​ສະ​ບານ​ເມືອງ Sheikh Zuweid, ພາກ​ເໜືອ​ແຫຼມ ຊີ​ນາຍ ຂອງ ອີ​ຢິບ ໃນ​ວັນ​ທີ 1/7/2015, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ ຊີ້​ແຈ້ງວ່າ: “ຫວຽດ​ນາມ ໄດ້​ກ່າວ​ປະ​ນາມ​ເຫດ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​​ຫວ່າງ​ແລ້ວນີ້​ຢູ່ ອີ​ຢິບ ທີ່​ເຮັດ​ໃຫ້ຫຼາຍ​ຄົນ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ. ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ​ບັນ​ດາ​ຜູ້​ກໍ່​ໃຫ້​ເກີດ​ເຫດ​ການນີ້​ຕ້ອງ​ໄດ້​ຮັບ​ການ​​ລົງ​ໂທດ​ຢ່າງ​ຖືກ​ຕ້ອງ. ຫວຽດ​ນາມ ຂໍ​​ຝາກ​ຄຳ​ຢື້​ຢາມ​ຖາມ​ຂ່າວ ແລະ ແບ່ງ​ປັນຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ປະ​ຊາ​ຊົນ​ອີ​ຢິບ ແລະ ຄອບ​ຄົວ​ບັນ​ດາ​ຜູ​້​ປະ​ສົບ​ເຄາະ​ຮ້າຍ.”


ຂ່າວ/ບົດ​ອື່ນ