ຫວຽດນາມ-ກຳປູເຈຍ ເພີ່ມທະວີການພົວພັນຮ່ວມມືດ້ານສິລະປະ, ວັດທະນະທຳ

ຫວຽດນາມ-ກຳປູເຈຍ ເພີ່ມທະວີການພົວພັນຮ່ວມມືດ້ານສິລະປະ, ວັດທະນະທຳ - ảnh 1
ພາບປະກອບ:internet

(vovworld) -  ຕອນ​ຄຳ່​ວັນ​ທີ 27/3 ຢູ່​ຮ່າ​ໂນ້ຍ, ທ່ານ ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຮ່ວາງ​ຕວນ​ແອ​ງ ​ໄດ້​ເຈລະຈາ​ກັບທ່ານ​ລັດຖະມົນຕີກະຊວງ​ວັດທະນະທຳ ​ແລະ ສິລະ​ປະ ກຳປູ​ເຈຍ Him Chhem ​ເພື່ອ​ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ສິລະ​ປະວັດ​ທະນະ​ທຳ​ໃນ​ໄລຍະ​ຜ່ານ​ມາ, ​ເປັນ​ເອກະ​ພາບ​ບາງ​ເນື້ອ​ໃນ​ຮ່ວມ​ມື​ໃນ​ປີ 2013 ​ແລະ ​ໄລຍະ​ຈະ​ມາ​ເຖິງ. ລັດຖະມົນຕີ​ທັງສອງ​ທ່ານ​ໄດ້​ເຫັນ​ດີ​ສືບ​ຕໍ່​ສົມທົບ​ກັນ​ຈັດ​ຕັ້ງ “ສັບປະດາ​ວັດທະນະທຳ ກຳປູ​ເຈຍ ຢູ່ ຫວຽດນາມ ປີ 2013”, ຈັດ​ຕັ້ງ​ຄ້າຍ​ປະດິດ​ສ້າງ​ວິຈິດ​ສິນ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ, ສືບ​ຕໍ່​ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອ​ນ​ໄຫວ​ພົບ​ປະ​ແລກປ່ຽນ​ດ້ານ​ສິລະ​ປະວັດ​ທະນະ​ທຳ​ລະຫວ່າງ​ປະຊາຊົນ​ບັນດາ​ແຂວງ​ລຽບ​ຕາມ​ຊາຍ​ແດນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ