ຫວຽດນາມຄັດຄ້ານຈີນຫ້າມຫາປາຢູ່ທະເລຕາເວັນອອກ

ຫວຽດນາມຄັດຄ້ານຈີນຫ້າມຫາປາຢູ່ທະເລຕາເວັນອອກ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ ​ເລ​ຫາຍ​ບິ່ງ)

(vovworld) -​ ເລື່ອງ​ຈີນ​ອອກ​ແຈ້ງ​ການ​ກ່ຽວ​ກັບ​ຂອບ​ເຂດ ​ແລະ ​ເວລາ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ການລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ, ລະ​ເມີດ​ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ແຫ່ງ​ຊາດ​ສຳລັບບັນດາເຂດ​ທະ​ເລ​ຂອງ​ຫວຽດນາມ ຕາມ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ວັນ​ທີ 16/5, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ​ ຕໍ່​ເລື່ອງ​ຫວ່າງ​ແລ້ວ​ນີ້, ອຳນາດ​ການ​ປົກຄອງ​ປະຊາຊົນ​ນະຄອນ​ໄຮ​ເກົາ, ​ແຂວງ ​ໄຮ​ໜານ ​ແຈ້ງ “​ແບບວິທີປະຕິບັດ​ວຽກ​ງານ​ຄວບ​ຄຸມ​ການ​ຫາ​ປາ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ນະຄອນ​ນີ້​​ໃນປີ 2015“, ​ໃນ​ນັ້ນ​ຫ້າມ​ທຸກ​ການ​ກະທຳ​ຫາ​ປາ​ບົນ​ທະ​ເລ​ນັບ​ແຕ່​ວັນ​ທີ 16/5/2015 ​ເຖິງ​ວັນ​ທີ 1/8/2015 ນັ້ນ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ, ຫວຽດນາມ ​ເດັດ​ດ່ຽວ​ຄັດຄ້ານ​ຂໍ້​ຕົກລົງ​ທີ່ໄຮ້​ຄຸນຄ່າ​ນີ້. ທ່ານ​ຢືນຢັນ​ວ່າ, ຫວຽດນາມ ມີ​ພື້ນຖານ​ນິຕິ​ກຳ​ ​ແລະ ປະຫວັດສາດຢ່າງ​ຄົບ​ຖ້ວນ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຕົນ​ທີ​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ, ກໍ່​ຄືອຳນາດອະທິປະ​ໄຕ ​ແລະ ສິດ​ຕັດສິນ​ແຫ່ງ​ຊາດ​ທີ່​ມີ​ຕໍ່​ບັນດາ​ເຂດ​ທະ​ເລ, ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຕົນ, ​ເໝາະ​ສົມ​ກັບ​ຂໍ້​ກຳນົດ​ຕ່າງໆ​ໃນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ຂ່າວ/ບົດ​ອື່ນ