ຫວຽດນາມ-ຈຸດສະຫວ່າງສະໄຫວໃນກຸ່ມຕະຫຼາດຫາກໍພົ້ນເດັ່ນ

ຫວຽດນາມ-ຈຸດສະຫວ່າງສະໄຫວໃນກຸ່ມຕະຫຼາດຫາກໍພົ້ນເດັ່ນ - ảnh 1
(ພາບປະກອບ)

(vovworld) – ​​​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ສະຫວ່າງ​ສະ​ໄຫວ​ເປັນ​ຈຳນວນໜ້ອຍ​ຢູ່​ກຸ່ມ​ຕະຫຼາດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ, ດ້ວຍ​ລະດັບ​ເຕີບ​ໂຕ​ສູງ ​ແລະ ໝັ້ນຄົງ. ໜັງສືພິມ “Financial Times” ຂອງ​ອັງກິດ ​ມີ​ບົດ​ຂຽນ​ກ່ຽວ​ກັບ​ກຸ່ມ​ຕະຫຼາດ​ຫາ​ກໍ​ພົ້ນ​ເດັ່ນ​ເຊິ່ງລວມມີ: ຮຸງ​ກາຣີ, ສ.​ເຊັກ​ໂກ, ​ໂຣມາ​ເນ​ຍ, ​ໂປ​​ໂລຍ ​ແລະ ຫວຽດນາມ. ຕາມ​ບົດ​ລາຍງານ​ດັ່ງກ່າວ, ຫວຽດນາມ ບັນລຸ​ໄດ້​ລະ​ດັບ​ເຕີບ​​ໂຕ​ດ້ານ​ເສດຖະກິດ​ໃນ​ປີ 2014 ສູງ​ກວ່າ​ລະດັບ​ເຕີບ​ໂຕ​ສະ​ເລ​່ຍ​ໃນ 5 ປີຜ່ານມາ. ບົດ​ຂຽນ​ກໍ​ຄັດ​ສະ​ເໜີ​ການ​ຄາດ​ຄະ​ເລ​ຂອງ​ບໍລິສັດ​ສຳ​ຫຼວດ Consensus Economic ​ໂດ​ຍຖືກ​ວ່າ, ຫວຽດນາມ ອາດ​ຈະ​ບັນລຸ​ລະດັບ​ເຕີນ​​ໂຕ 6,1% ​ໃນ​ປີ 2015 ​ແລະ 6,2% ​ໃນ​ປິ 2016. ຫວ່າງ​ແລ້ວ​ນີ້, ທະນາຄານ​ພັດທະນາ​ອາຊີ (ADB) ກໍ​ຄາດ​ຄະ​ເນ​ລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຫວຽດນາມ ​ໃນ 2 ປີ 2015 ​ແລະ 2016 ຈະ​ແມ່ນ 6,5% ​ແລະ 6,6% ຕາມ​ລຳດັບ. ​ເມື​່ອຕອບ​ສຳພາດ​ຕໍ່ໜັງສືພິມ “Financial Times”, ທ່ານ Dominic Scriven, ຜູ້ອຳ​ນວຍ​ການ​ໃຫຍ່ກອງທຶນ Dragon Capital, ​ໄດ້​ສະ​ແດງ​ຄວາມ​ປະ​ເອີ​ບ​ໃຈ ​ເມື່ອ​ຕີ​ລາຄາ​ວ່າ ຫວຽດນາມ ອາດ​ຈະ​ບັນ​ລຸ​ລະດັບ​ເຕີມ​ໂຕ 6,5% ​ໃນ​ປີ 2015 ​ແລະ ​ເກືອບ 7% ​ໃນ​ປີ 2016.

        ບົດ​ຂຽນ​ຖື​ວ່າ, ​ປັດ​ໃຈ​ຊ່ວຍ​ໃຫ້​ຫວຽດນາມ ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ ​ແມ່ນ​ຍ້ອນ​​ແຫຼ່ງຄົນ​ງານ​ມີຄ່າ​​ແຮງ​ງານ​ຖືກ ພາຍຫຼັງ​ບັນດາ​ນັກ​ລົງທຶນ​ຢູ່​ບາງ​ປະ​ເທດ​ຢາກ​ຍົກ​ຍ້າຍ​ການ​ເຄື່ອນ​ໄຫວ​ຜະ​ລິດ​ຜະລິດ​ຕະພັນ​ລາຄາ​ຖືກ​​ໄປ​ສູ່​ປະ​ເທດ​ອື່ນ, ຕົ້ນຕໍ່​ແມ່ນ​ຢູ່​ອາຊີ.

ຂ່າວ/ບົດ​ອື່ນ