ຫວຽດນາມ-ຈີນຮັກສາມູນເຊື້ອມິດຕະພາບອັນດີງາມ
(VOVWORLD) -ວັນທີ 16 ມັງກອນ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຊວດ 2020 ແລະ ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຈີນ ( ວັນທີ 18ມັງກອນ1950 - ວັນທີ 18 ມັງກອນປີ 2020 ) , ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ ໄດ້ມີການເຈລະຈາທາງໂທລະສັບ.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ |
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ຊົມເຊີຍພັກ, ລັດຖະບານ ແລະ ປະຊາຊົນຈີນ ກ່ຽວກັບບັນດາຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ແລະ ລົງເລິກໃນການປະຕິຮູບເປີດປະຕູໃນໄລຍະທີ່ຜ່ານມາ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຍັງອວຍພອນປະຊາຊົນຈີນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຊວດ 2020. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ຢືນຢັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດຮອບດ້ານ ແມ່ນສອດຄ່ອງກັບຄວາມມຸ່ງຫວັງຂອງ ແລະ ຜົນປະໂຫຍດພື້ນຖານຂອງປະຊາຊົນ 2 ປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຖືວ່າ 2 ຝ່າຍຄວນຮັກສາມູນເຊື້ອມິດຕະພາບອັນດີງາມ ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ສ້າງພື້ນຖານສັງຄົມໃຫ້ໝັ້ນຄົງໜັກແໜ້ນໃຫ້ແກ່ການພົວພັນ 2 ຝ່າຍ, ຍຶດໝັ້ນມາດຕະການແກ້ໄຂໂດຍສັນຕິວິທີສຳລັບບັນດາບັນຫາທີ່ຍັງຄົງຄ້າງໃນສາຍພົວພັນລະຫວ່າງ 2 ປະເທດ ບົນພື້ນຖານຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດດ ສອດຄ່ອງກັບກົດໝາຍສາກົນ.
ສ່ວນ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ ໄດ້ອວຍພອນປະຊາຊົນຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຊວດ 2020, ຊົມເຊີຍບັນດາຜົນງານທີ່ຍິ່ງໃຫຍ່ທີ່ປະຊາຊົນຫວຽດນາມບັນລຸໄດ້ ໃນໄລຍະທີ່ຜ່ານມາ. ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ ຢືນຢັນວ່າ ພັກ, ລັດຖະບານ ແລະ ປະຊາຊົນຈີນ ຖືເປັນສຳຄັນສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ ພ້ອມແລ້ວຈະຮ່ວມກັບ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃນທາງດ້ານການເມືອງ, ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ປະຊາຊົນ 2 ປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ ຢືນຢັນວ່າ ຈີນຕັ້ງໜ້າສະໜັບສະໜູນຫວຽດນາມ ເຮັດສຳເລັດໜ້າທີ່ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ ອາຍຸການ 2020-2021 ແລະ ເປັນປະທານໝູນວຽນອາຊຽນປີ 2020 .