ຫວຽດນາມ-ຈີນ:ແບ່ງປັນບົດຮຽນກວດກາ,ຕິດຕາມ,ຄວບຄຸມການສໍ້ລາດບັງຫລວງ
ທ່ານນາງຮອງປະທານປະເທດ ຫງວຽນທິຢວານຕ້ອນຮັບທ່ານ ຢ໋າງຊຽວຕູ
ຮອງເລຂາຄະນະກຳມະການກວດກາກົດລະບຽບສູນກາງພັກກອມມູນິດ ຈີນ
(ພາບ: TTXVN)
(vovworld) - ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ຢ໋າງຊຽວຕູ, ຮອງເລຂາຄະນະກຳມະການກວດກາກົດລະບຽບສູນກາງພັກກອມມູນິດ ຈີນ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ຕອນບ່າຍວັນທີ 13/7, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເນັ້ນໜັກວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍຖືໜ້າທີ່ປ້ອງກັນ, ຕ້ານການສໍ້ລາດບັງຫລວງແມ່ນຈຳນວນທີ່ສຸດ. ທ່ານນາງຮອງປະທານປະເທດ ເນັ້ນໜັກວ່າ: ປະຕິບັດສົນທິສັນຍາສະຫະປະຊາຊາດກ່ຽວກັບຕ້ານການສໍ້ລາດບັງຫລວງ, ຫວຽດນາມ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ປາດຖະໜາຢາກສົມທົບກັບ ຈີນ ຢ່າງແໜ້ນແຟ້ນເພື່ອປະຕິບັດໜ້າທີ່ປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແລະ ໜູນຊ່ວຍດ້ານຕຸລາການເປັນຢ່າງດີ. ສ່ວນທ່ານ ຢ໋າງຊຽວຕູ ເນັ້ນໜັກວ່າ: ຈີນ ຖືເປັນສຳຄັນ ແລະ ຍູ້ແຮງວຽກງານຕ້ານການສໍ້ລາດບັງຫລວງ. ທ່ານຮອງເລຂາຄະນະກຳມະການກວດກາກົດລະບຽບສູນກາງ ພັກກອມມູນິດ ຈີນ ຢ໋າງຊຽວຕູ ໃຫ້ຮູ້ວ່າ: ຈີນ ຖືເປັນສຳຄັນບົດຮຽນຂອງ ຫວຽດນາມ ໃນພາລະກິດກໍ່ສ້າງລັດທິສັງຄົມນິຍົມ, ດັ່ງນັ້ນ, ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມື, ພົບປະແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງກັບ ຫວຽດນາມ.
ແລະກໍໃນວັນດຽວກັນ, ທ່ານຮອງເລຂາຄະນະກຳມະການກວດກາກົດລະບຽບສູນກາງພັກກອມມູນິດ ຈີນ ຢ໋າງຊຽວຕູ ມີການເຮັດວຽກກັບ ທ່ານ ຮ່ວຽນຟອງແຈງ, ຫົວໜ້າອົງການກວດກາລັດຖະບານ ແລະ ທ່ານ ມາຍເທ່ເຢືອງ, ຮອງຫົວໜ້າຜູ້ປະຈຳການຄະນະກຳມະການກວດກາສູນກາງ.