ຫວຽດນາມຈະມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ເຂົ້າຮ່ວມເວທີປາໄສພັດທະນາ ຫວຽດນາມ 2016
(vovworld) - ດ້ວຍຫົວຂໍ້ “ລັດຖະບານແຫ່ງສ້າງສາ, ປັບປຸງ ແລະ ກະທຳ: ກຳລັງໜູນໃໝ່ໃຫ້ການພັດທະນາ”, ເວທີປາໄສພັດທະນາ ຫວຽດນາມ 2016 (VDF 2016) ດຳເນີນໃນຕອນເຊົ້າວັນທີ 09/12 ຢູ່ ຮ່າໂນ້ຍ. ເມື່ອຮັບຟັງບັນດາບົດທາບທາມຄວາມເຫັນ ແລະ ໄຈ້ແຍກຢູ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຖືວ່າ: ນີ້ແມ່ນບັນດາການປະກອບສ່ວນສຳຄັນທີ່ສຸດຢູ່ລະດັບສ້າງນະໂຍບາຍມະຫາພາກ, ຊ່ວຍໃຫ້ບັນດາອົງການສຳນັກງານຂອງລັດຖະບານ ໃຫ້ຂໍ້ສັງເກດ, ຕີລາຄາຖືກກັບສະພາບການ, ແງ່ຫວັງພັດທະນາຂອງ ຫວຽດນາມ ໃນສະພາວະສາກົນພວມມີການຜັນແປ່ສັບສົນຫລາຍຢ່າງ ແລະ ຍາກຈະຄາດຄະເນໄວ້ລວງໜ້າ. ຈາກນັ້ນ ວາງບັນດາແຜນນະໂຍບາຍ, ມາດຕະການພັດທະນາໃຫ້ເໝາະສົມ ເພື່ອແນໃສ່ປະຕິບັດສຳເລັດແຜນການປີ 2017, ໂຄງການດຳເນີນ ງານລັດຖະບານອາຍຸການ 2016 – 2021, ດ້ວຍບັນດາໜ້າທີ່, ມາດຕະການທີ່ນຳມາເຊິ່ງປະສິດທິຜົນແທດຈິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບາງກຳນົດທິດ ແລະ ມາດຕະການຕົ້ນຕໍໃນການພັດທະນາເສດຖະກິດຂອງລັດຖະບານ. ຕາມທ່ານ ຫງວຽນຊວນຟຸກ ແລ້ວ ໜຶ່ງໃນບັນດາມາດຕະການໃຫຍ່ອີກຂອງ ຫວຽດນາມ ໃນໄລຍະຈະມາເຖິງແມ່ນ ສ້າງໂຄງປະກອບເສດຖະກິດຄືນໃໝ່ໃຫ້ແທດຈິງກ່ວາ, ຕິດພັນກັບການຫັນປ່ຽນຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງການແກ່ງແຍ້ງ - ຖືນີ້ ແມ່ນຈຸດສຸມຂອງປີ 2017.