ຫວຽດນາມຈະສະໜັບສະໜູນພາລະກິດປ່ຽນແປງໃໝ່,ປັກປັກຮັກສາແລະສ້າງສາປະເທດລາວ

ຫວຽດນາມຈະສະໜັບສະໜູນພາລະກິດປ່ຽນແປງໃໝ່,ປັກປັກຮັກສາແລະສ້າງສາປະເທດລາວ - ảnh 1ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັ​ກກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ

(vovworld)- ​ໃນ​ຕອນບ່າຍ ວັນ​ທີ 25/10, ທີ່​ສຳ​ນັກ​ງານ​ສູ​ນ​ກາງພັກ, ທ່ານ​ ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ, ເນື່ອງ​ໃນ​ໂອ​ກາດ ມາເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ACMECS-7, CLMV-8 ແລະ WEF ແມ່ນ​້ຳ​ຂອງ ຢູ​່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢືນ​ຢັນ​ວ່າ​: ຫວຽດ​ນາມຈະ​ສະ​ໜັບ​ສະ​ໜູນ​ ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ລາວ ຢ່າງແ​ຮງ​ ແລະ ຮອບດ​້ານ. ທ່ານ​ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ສະ​ເໜ​ີ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ສືບ​ຕໍ່​ສົມ​ທົບ​ກັບ​ຫວຽດ​ນາມ ຊີ້​ນຳ​ບັ​ນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ເປັນ​ເຈົ້າ​ການ​ຕັ້ງ​ໜ້າສົມ​ທົບ​ກັນ ​ຜັນ​ຂະ​ຫຍາຍ​ບັນ​ດາ​ສັນ​ຍາ, ຂໍ້​ຕົກ​ລົງ ທີ່​ໄດ້​ເຊັນ​ກັນ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາ​ດ-ເຕັກ​ນິກໃຫ້​ມີ​ປະ​ສິດ​ທິ​ຜົນ, ເປັນ​ຕົ້ນ​ແມ່ນ​ສັນ​ຍາ​ຮ່ວມ​ມື ລະ​ຫວ່າງ ສອງລັດ​ຖະ​ບານ ໃນ​ໄລ​ຍະ 2016-2020 ແລະ ແຜນ​ການ​ຮ່ວມ​ມື ​ປີ 2016, ໃນ​ນັ້ນ​ ລົງ​ເລິກ​ການ​ແລກ​ປ່ຽນ​ຂໍ້​ມູນຂ່າວ​ສານ​ບົດ​ຮຽນ ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ, ຄຸ້ມ​ຄອງ​ເສດ​ຖະ​ກິດ-ສັງ​ຄົມ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຕ່າງ​ປະ​ເທດ. ພ​້ອມ​ທັງ​ເສີມ​ຂະ​ຫຍາຍ ​ບັນ​ດາ​ກົນ​ໄກ​ການ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວໃນ​ປັດ​ຈຸ​ບັນ ລະ​ຫວ່າງ ສອງ​ປະ​ເທດ​ໃຫ້ຫຼາຍທີ່​ສຸດ; ສຸມ​ໃສ່​ແ​ກ້ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ ຂໍ້​ຄົງ​ຄ້າງ, ສ້າງ​ການ​ຜັນ​​ປ່ຽນຢ່າງ​ຕັ້ງ​ໜ້າ, ແທ້​ຈິງ ກ່ຽວ​ກັບ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ໃນ​ແຕ່​ລະ​ຂ​ົງ​ເຂດ. ທ່ານ​ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ​ສີ​ສຸ​ລິດ ຢືນ​ຢັນ​ວ່າ​: ຈະ​ພ້ອມ​ກັນ​ປົກ​ປັກ​ຮັກ​ສາ, ເພີ່ມ​ພູ​ນ​ຄູນ​ສ້າງ, ເສີມ​ຂະ​ຫຍາຍ ແລະ ​ສືບ​ທອດ​ໃຫ້ບັນ​ດາ​ຄົນ​ລຸ່ນຫຼັງ ກ່ຽ​ວ​ກັບ​ສາຍ​ພົວ​ພັນ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ-ລາວ.


ຂ່າວ/ບົດ​ອື່ນ