ທ່ານປະທານປະເທດ ເຈືອງເຕີນຊາງ
|
Vovworld - ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດຄົນໃໝ່ປະຕິບັດໜ້າທີ່ການທູດໃຫ້ສຳເລັດ - ທ່ານປະທານປະເທດ ເຈືອງເຕີນຊາງ ຢັ້ງຢືນຄືແນວນັ້ນໃນຕອນບ່າຍວັນທີ 14/1, ທີ່ພິທີຮັບສານຕາຕັ້ງຈາກເອກອັກຄະລັດຖະທູດ ຄູເວດ ແລະ ເອກອັກຄະລັດຖະທູດ ສະຫະພັນເຢຍລະມັນ ມາຮັບໜ້າທີ່ການທູດຢູ່ ຫວຽດນາມ.
Vovworld - ເມື່ອຕ້ອນຮັບເອກອັກຄະລັດຖະທູດ ຄູເວດ ທ່ານ Adnan Abdullah Al – Ahmad ມາຍື່ນສານຕາຕັ້ງ, ທ່ານປະທານປະເທດ ເຈືອງເຕີນຊາງຖືວ່າ: ໃນຂົງເຂດການຮ່ວມມືລົງທຶນ, ຫວຽດນາມ ແລະ ຄູເວດຕ້ອງຂຸດຄົ້ນທ່າແຮງຂອງກັນ, ເຊິ່ງສະແດງອອກຜ່ານຄວາມຄືບໜ້າໃນການຜັນຂະຫຍາຍໂຄງການກັ່ນນ້ຳມັນ ງີເຊີນ (ຢູ່ແຂວງ ແທງຮ໋ວາ) ໃຫ້ບັນລຸຜົນສຳເລັດໂດຍໄວ. ເມື່ອໂຄງການສຳເລັດຜົນຈະມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງຮູ້ຈັກເຖິງສະພາບແວດລ້ອມແຫ່ງການລົງທຶນຂອງ ຄູເວດ ຕື່ມອີກ. ຫວຽດນາມ ຊົມເຊີຍບັນດາຂໍ້ສະເໜີຮ່ວມມືຂອງ ຄູເວດ ແລະ ເຊື່ອໝັ້ນວ່າຈາກບັນດາຜົນສຳເລັດໃນເບື້ອງຕົ້ນ, ໄລຍະຈະມາເຖິງ, ວິສາຫະກິດ 2 ປະເທດຈະຍູ້ແຮງການພົວພັນໃຫ້ສົມກັບຄວາມສາມາດບົ່ມຊ້ອນ.
ເມື່ອຍື່ນສານຕາຕັ້ງຕໍ່ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ, ເອກອັກຄະລັດຖະທູດ ສະຫະພັນເຢຍລະມັນ Christian Berger ກໍ່ໄດ້ເຕື້ອງເຖິງ 5 ບັນຫາເຊິ່ງ ປະທານາທິບໍດີ ແລະ ນາຍົກລັດຖະມົນຕີ ເຢຍລະມັນ ເອົາໃຈໃສ່ທີິ່ສຸດ, ນັ້ນແມ່ນ: ການກໍ່ສ້າງເພື່ອນຳມະຫາວິທະຍາໄລ ຫວຽດ - ເຢຍລະມັນ ກາຍເປັນໜຶ່ງໃນບັນດາມະຫາວິທະຍາໄລແຖວໜ້າຂອງໂລກ, ຝ່າຍເຢຍລະມັນສະເໜີໃຫ້ ຫວຽດນາມ ຈັດຕັ້ງບັນດາລາຍການໂອ້ລົມສົນທະນາກ່ຽວກັບການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດໂດຍໄວ, ສະເໜີໄດ້ສະໜອງຂໍ້ມູນຂ່າວກ່ຽວກັບໂຄງການຮ່ວມມືໃຫຍ່ລະຫວ່າງ ເຢຍລະມັນ ແລະ ຫວຽດນາມ ກໍຄືບັນດາໂຄງການລົງທຶນຂອງ ເຢຍລະມັນ ຢູ່ ຫວຽດນາມ, ສະເໜີສ້າງຕັ້ງຫ້ອງການການຄ້າ ແລະ ອຸດສາຫະກຳສັງລວມ ຫວຽດນາມ - ເຢຍລະມັນ, ຝ່າຍ ເຢຍລະມັນ ສະເໜີຮ່ວມມື ກັບ ຫວຽດນາມ ໃນຂົງເຂດກໍ່ສ້າງວິຊາຊີບ. ທ່ານປະທານປະເທດ ເຈືອງເຕີນຊາງ ຢັ້ງ ຢືນພ້ອມແລ້ວທີ່ເຊັນສັນຍາຂັ້ນລັດຖະບານ 2 ປະເທດ ເພື່ອຍູ້ໄວຄວາມຄືບໜ້າ ແລະ ແກ້ໄຂບັນດາບັນຫາຍັງຄົງຄ້າງ.