ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ
ຕ້ອນຮັບທ່ານ Osawa Massak ຜູ້ວ່າການແຂວງ Gunma
(ພາບ: TTXVN)
(vovworld) – “ ຫວຽດນາມ ຈະສ້າງທຸກເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດແຂວງ Gunma ລົງທຶນເຂົ້າ ” ນັ້ນແມ່ນຄຳຢືນຢັນຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ທີ່ການຕ້ອນຮັບທ່ານ Osawa Massak ຜູ້ວ່າການແຂວງ Gunma ພ້ອມກັບຄະນະຜູ້ແທນວິສາຫະກິດແຂວງ Gunma (ຍີ່ປຸ່ນ) ທີ່ພວມມີການຢ້ຽມຢາມ ແລະ ຊອກຮູ້ການຮ່ວມມືດຳເນີນທຸລະກິດລົງທຶນຢູ່ ຫວຽດນາມ ໃນຕອນເຊົ້າວັນທີ 18/02 ຢູ່ ຮ່າໂນ້ຍ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຕີລາຄາສູງການຢ້ຽມຢາມຂອງຄະນະ ແລະ ຂອບອົກຂອບໃຈແຂວງ Gunma ໄດ້ສ້າງເງື່ອນໄຂໃຫ້ຜູ້ອອກແຮງງານ ຫວຽດນາມ ປະມານ 3000 ຄົນເຮັດວຽກຢູ່ແຂວງ Gunma. ທ່ານປະທານປະເທດຫວັງວ່າ: ການຮ່ວມມືດ້ານເຕັກໂນໂລຢີລະຫວ່າງ ຫວຽດນາມ ກັບແຂວງ Gunma, ພິເສດແມ່ນພາຍຫລັງສັນຍາ TPP ໄດ້ຮັບການລົງນາມ, ຈະມີບັນດາບາດກ້າວພັດທະນາໃໝ່. ທ່ານປະທານປະເທດເນັ້ນໜັກວ່າ: ການຢ້ຽມຢາມ ຫວຽດນາມ ຂອງທ່ານ Osawa Massak ແລະ ຄະນະຜູ້ຕາງໜ້າວິສາຫະກິດແຂວງ Gunma ຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ຝ່າຍ, ພິເສດແມ່ນໃນຂົງເຂດເສດຖະກິດ.
ສ່ວນທ່ານ Osawa Massak ຜູ້ວ່າການແຂວງ Gunma ໃຫ້ຮູ້ວ່າ: ຄວາມສາມາດປະດິດສ້າງຂອງແຂວງ Gunma ໄດ້ຮັບການຕີລາຄາວ່າ ຢືນອັນດັບທີ 2 ໃນທົ່ວປະເທດ ຍີ່ປຸ່ນ. ນີ້ກໍ່ແມ່ນແຫ່ງສຸມໃສ່ວິສາຫະກິດຫລາຍແຫ່ງທີ່ເຄື່ອນໄຫວໃນຂົງເຂດອຸດສາຫະກຳສຳຮອງ, ເຊິ່ງແມ່ນຂົງເຂດທີ່ ຫວຽດນາມ ຢາກພັດທະນາ. ທ່ານ Osawa Massak ເນັ້ນໜັກວ່າ: ການຢ້ຽມຢາມຄັ້ງນີ້ ນຳມາໃຫ້ຄວາມຮັບຮູ້ຈະແຈ້ງທີ່ສຸດກ່ຽວກັບເລື່ອງເລືອກເຟັ້ນ ຫວຽດນາມ ເປັນສະຖານທີ່ລົງທຶນຂອງ Gunma ໃນໄລຍະຈະມາເຖິງ. ຕາມທ່ານ Osawa Massak ການຢ້ຽມຢາມ ຫວຽດນາມ ຂອງຄະນະແມ່ນກາລະໂອກາດ ເພື່ອເພີ່ມທະວີການພົບປະ, ແລກປ່ຽນດ້ານເສດຖະກິດ ພ້ອມທັງເປີກກ້ວາງການຮ່ວມມືດ້ານເຕັກໂນໂລຢີ ແລະ ກະສິກຳ ເພື່ອໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດ.