(vovworld) - ໃນຂອບເຂດການຢ້ຽມຢາມສ.ເຊັກໂກ, ວັນທີ 16/09, ຢູ່ນະຄອນຫຼວງ Praha, ທ່ານນາງ ເຈືອງທິມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນ ໄດ້ມີບັນດາການເຮັດວຽກກັບການນຳພັກສັງຄົມປະຊາທິປະໄຕເຊັກໂກ (CSSD) ແລະ ພັກກອມມູນິດເຊັກໂກ (KSCM). ທີ່ບັນດາການເຮັດວຽກ, ທ່ານນາງ ເຈືອງທິມາຍ ຢືນຢັນວ່າ, ຫວຽດນາມຊົມເຊີຍເລື່ອງເຊັກໂກ ສະໜັບສະໜູນການຊຸກຍູ້ສະຫະພາບເອີລົບ ລົງນາມສັນຍາການຄ້າເສລີ (EVFTA) ກັບຫວຽດນາມ ໂດຍໄວ ແລະ ຮັບຮອງກົດລະບຽບເສດຖະກິດການຕະຫຼາດຂອງຫວຽດນາມ…ກ່ຽວຂ້ອງເຖິງການຂັດແຍ້ງກັນຢູ່ທະເລຕາເວັນອອກ ໃນໄລຍະມໍ່ໆມານີ້, ພິເສດແມ່ນຄຳຕັດສິນຂອງສານອະນຸຍາໂຕຕຸລາການ ຢູ່ລາໄຮ, ປະເທດໂຮນລັງ ໃນວັນທີ 12/07/2016 ຜ່ານມາ, ທ່ານນາງ ເຈືອງທິໝາຍຢືນຢັນວ່າ, ຫວຽດນາມ ຢືດໝັ້ນແຜນນະໂຍບາຍແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ, ໃນນັ້ນມີການຂັດແຍ້ງກັນສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ ໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ກ່ຽວກັບບັນຫານີ້, ຜູ້ຕາງໜ້າ 2 ພັກຂອງເຊັກໂກ ລ້ວນແຕ່ແບ່ງປັນທັດສະນະຂອງຫວຽດນາມ ແລະ ຖືວ່າ, ມາດຕະການແກ້ໄຂໂດຍສັນຕິວິທີຍາມໃດກໍແມ່ນການຄັດເລືອກອັນດັບໜຶ່ງ ໃນການແກ້ໄຂບັນດາການຂັດແຍ້ງກັນໃນປະຈຸບັນ. ເຂົາເຈົ້າຫວັງວ່າ, ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງເຈລະຈານຳກັນ ແລະ ຊອກຫາມາດຕະການແກ້ໄຂລວມໃຫ້ການຂັດແຍ້ງກັນທີ່ຖືກແກ່ຍາວຢູ່ທະເລຕາເວັນອອກ.