ຄະນະໂຄສະນາສຶກສາສູນກາງ ເຮັດວຽກກັບພັກກອມມູນິດອີຕາລີ
(ພາບ: Đức Hòa/Vietnam+)
(vovworld) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຕາລີ, ວັນທີ 13/7, ຄະນະປະຕິບັດງານ ຄະນະໂຄສະນາສຶກສາສູນກາງ ເຮັດວຽກກັບພັກກອມມູນິດອີຕາລີ. ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນບັນດາບັນຫາກ່ຽວກັບທິດສະດີ ແລະ ພຶດຕິກຳຕົວຈິງແຫ່ງການພັດທະນາຂອງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ອີຕາລີ, ບັນດາຄວາມສະດວກ ແລະ ຄວາມຫຍຸ້ງຍາກສຳລັບຂະບວນການຝ່າຍຊ້າຍຢູ່ ອີຕາລີ, ໃນນັ້ນ ມີພັກກອມມູນິດ ອີຕາລີ. ຄຽງຂ້າງນັ້ນ, 2 ຝ່າຍກໍແລກປ່ຽນບັນດາບົດຮຽນໂຄສະນາ ແລະ ພັດທະນາວັດທະນະທຳຢູ່ຕ່າງປະເທດໃນເງື່ອນໄຂເຊື່ອມໂຍງກັບສາກົນ; ບົດຮຽນພັດທະນາວັດທະນະທຳ, ການສຶກສາຂອງອີຕາລີ, ບັນດາສິ່ງທ້າທາຍທີ່ວາງອອກໃນເງື່ອນໄຂພື້ນຖານເສດຖະກິດການຕະຫລາດໃນປະຈຸບັນ. ຮອງຫົວໜ້າຄະນະປະຈຳ ຄະນະໂຄສະນາສຶກສາສູນກາງທ່ານ ຫວູງອກຮ່ວາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ຢືນຢັນວ່າ: ບັນດາຜົນງານຊຶ່ງ ຫວຽດນາມ ບັນລຸໄດ້ໃນໄລຍະມໍ່ໆມານີ້ ແມ່ນຍ້ອນມີທິດທາງປ່ຽນໃໝ່ ຢ່າງຖືກຕ້ອງຂອງພັກກອມມູນິດຫວຽດນາມ, ແມ່ນໝາກຜົນຂອງວິວັດການຄົ້ນຫາ, ທົດລອງ, ໃກ້ຊິດກັບພຶດຕິກຳຕົວຈິງ, ທັງເຮັດ, ທັງສະຫຼຸບ, ສູ້ຊົນຢ່າງລຳບາກຂອງພັກ ແລະ ປະຊາຊົນ ຫວຽດນາມ. ທ່ານ ຫວູງ້ອກຮ່ວາງ ເຊື່ອໝັ້ນວ່າ: ພັກກອມມູນິດ ອີຕາລີ ຈະສືບຕໍ່ສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອເຮັດລ້ອນໜ້າທີ່ອັນໃຫຍ່ຫລວງ ດ້ວຍຖານະເປັນພັກນຳໜ້າ, ບ່ອນອີງດ້ານການເມືອງຂອງກຳລັງກຳມະກອນ ແລະ ມະຫາຊົນຜູ້ອອກແຮງງານ ອີຕາລີ.
ສ່ວນທ່ານ, ເລຂາສູນກາງພັກກອມມູນິດ ອີຕາລີ Maurizio Musolino ຖືວ່າ: ບັນດາໝາກຜົນພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມໃນ 30 ປີແຫ່ງການປ່ຽນໃໝ່ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາທີ່ສຸດໃຫ້ແກ່ຄວາມມານະພະຍາຍາມສູ້ຊົນ ແລະ ຄວາມສາມາດປະຕິບັດຂອງປະເທດໜຶ່ງ ໂດຍພັກກອມມູນິດຊີ້ນຳນຳພາ. ທ່ານ Musolino ປາດຖະໜາວ່າ 2 ພັກຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນບັນດາບົດຮຽນໃນວິວັດການພັດທະນາ, ໃນນັ້ນມີການໂຄສະນາການຕ່າງປະເທດ, ພິເສດແມ່ນດ້ານວັດທະນະທຳ.