ຫວຽດນາມຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ,ການຄ້າກັບUruguay
ຫວຽດນາມຊຸກຍູ້ການພົວພັນຮ່ວມມື
ດ້ານເສດຖະກິດ, ການຄ້າກັບ Uruguay
(ພາບ: Vietnam+)
(vovworld) - ວັນທີ 25/07, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳ ອັກຊັນຕິນ, ທັງຢູ່ Uruguay ໄດ້ມີການເຮັດວຽກກັບຫ້ອງການການຄ້າ ແລະ ການບໍລິການແຫ່ງຊາດ Uruguay ເພື່ອແນໃສ່ຊຸກຍູ້ການພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງ 2 ປະເທດ. ຜູ້ຕາງໜ້າທູດການຄ້າຫວຽດນາມ ທ່ານນາງ ຫງວຽນແທງເວີນ ໄດ້ແນະນຳຄວາມຕ້ອງການນຳເຂົ້າ ແລະ ບັນດາຜະລິດຕະພັນມີຄວາມສາມາດບົ່ມຊ້ອນໃນການສົ່ງອອກຂອງຫວຽດນາມ, ພ້ອມທັງປຶກສາຫາລືໂຄງການເຊື່ອມຕໍ່ໃຫ້ວິສາຫະກິດ 2 ປະເທດ, ໃນໂອກາດຄະນະຜູ້ແທນວິສາຫະກິດຫວຽດນາມ ຈະໄປປະຕິດບັດງານຢູ່ອັກຊັງຕິນ, ຄາດວ່າດຳເນີນໃນທ້າຍເດືອນ 08 ຈະມີ. ໃນໄລຍະຢູ່ຢ້ຽມຢາມ Uruguay, ທ່ານນາງ ຫງວຽນແທງເວີນ ໄດ້ມີການເຮັດວຽກກັບຫ້ອງການການຄ້າກຸ່ມຕະຫຼາດລວມອາຟລິກາໃຕ້ - ອາຊຽນ. ການແລກປ່ຽນການຄ້າລະຫວ່າງຫວຽດນາມ ແລະ Uruguay ຍັງຈຳກັດຢູ່, ບັນລຸພຽງ 124 ລ້ານ USD ໃນປີ 2014, ໃນນັ້ນວົງເງິນສົ່ງອອກຂອງຫວຽດນາມ ບັນລຸພຽງ 41 ລ້ານ USD.