(VOVWORLD) -ຕອນຄ່ຳວັນທີ 25 ກັນຍາ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ຈັດລາຍການ Roadshows ຢູ່ຈາກາຕາ, ປະເທດອິນໂດເນເຊຍ ເພື່ອແນໃສ່ແນະນຳບັນດາຜະລິດຕະພັນດ້ານການທ່ອງທ່ຽວຂອງຫວຽດນາມ ເຖິງປະຊາຊົນອິນໂດເນເຊຍ
ລາຍການ Roadshows ຢູ່ຈາກາຕາ, ປະເທດອິນໂດເນເຊຍ
(ພາບ: Vietnam+)
|
ພ້ອມທັງໂຄສະນາພາບພົດປະເທດຊາດ, ວັດທະນະທຳ ແລະ ຊາວຫວຽດນາມ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຫວຽດນາມ ໃຫ້ນັບມື້ນັບຫຼາຍຂຶ້ນ. ໃນລາຍການຄັ້ງນີ້ໄດ້ແນະນຳໃຫ້ບັນດາບໍລິສັດທ່ອງທ່ຽວອິນໂດເນເຊຍ ຮັບຊາບບັນດາຂໍ້ມູນຂ່າວສານກ່ຽວກັບການທ່ອງທ່ຽວຫວຽດນາມ, ບັນດາສະຖານທີ່ທ່ອງທ່ຽວດູດເດື່ມ, ເປັນເອກະລັກສະເພາະ. ພາຍຫຼັງຈັດຕັ້ງຢູ່ອິນໂດເນເຊຍ, ລາຍການນີ້ກໍ່ຈະໄດ້ຮັບການຈັດຕັ້ງຢູ່ມາເລເຊຍ ແລະ ໄທ ອີກດ້ວຍ.