ຢູ່ນອກເວທີປາໄສເສດຖະກິດຝ່າຍຕາເວັນອອກ (EEF) ຄັ້ງທຳອິດ
(ພາບ: RT)
(vovworld) – ຢູ່ນອກເວທີປາໄສເສດຖະກິດຝ່າຍຕາເວັນອອກ (EEF) ຄັ້ງທຳອິດ ດຳເນີນໄປຢູ່ນະຄອນ Vladivostok ຂຶ້ນກັບເຂດຕາເວັນອອກໄກຂອງສະຫະພັນ ລັດເຊຍ. ໃນລະຫວ່າງວັນທີ 3 – 5/9/2015, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫວູຮຸຍຮ່ວາງ ມີການເຄື່ອນໄຫວພົບປະຫລາຍຄັ້ງກັບການນຳສູນກາງ ແລະ ທ້ອງຖິ່ນຂອງ ລັດເຊຍ, ປຶກສາຫາລືກ່ຽວກັບແງ່ຫວັງການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນກັບເຂດນີ້.
ທ່ານ ຫວູຮຸຍຮ່ວາງ ພ້ອມກັບການນຳກຸ່ມບໍລິສັດໃຫຍ່ນ້ຳມັນອາຍແກສດ ຫວຽດນາມ (PetroVietnam) ໄດ້ພົບປະກັບທ່ານລັດຖະມົນຕີກະຊວງພະລັງງານ ລັດເຊຍ Aleksandr Novak, ປຶກສາຫາລືກ່ຽວກັບການຜັນຂະຫຍາຍບັນດາມາດຕະການສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານ, ລະອຽດແມ່ນບັນດາໂຄງການນ້ຳມັນອາຍແກສດຢູ່ ຫວຽດນາມ ແລະ ສະຫະພັນ ລັດເຊຍ. 2 ຝ່າຍຢືນຢັນວ່າ: ການຮ່ວມມືດ້ານພະລັງງານໃນໄລຍະຈະມາເຖິງ ສືບຕໍ່ແມ່ນໜຶ່ງໃນບັນດາຂົງເຂດສຳຄັນທີ່ສຸດໃນການຮ່ວມມືເສດຖະກິດລະຫວ່າງ ສະຫະພັນ ລັດເຊຍ ກັບ ຫວຽດນາມ.
ວັນທີ 5/9, ທີ່ການພົບປະກັບຜູ້ວ່າການເຂດ Primorye ທ່ານ Vladimir Miklushevsky, ທ່ານ ຫວູຮຸຍຮ່ວາງ ປາດຖະໜາວ່າ: ອຳນາດການປົກຄອງເຂດ Primorye ຈະສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ ລົງທຶນເຂົ້າເຂດນີ້. ທ່ານ Vladimir Miklushevsky ຊີ້ແຈ້ງວ່າ: ເຂດ Primorye ເອົາໃຈໃສ່ເຖິງການພັດທະນາອຸດສາຫະກຳເບົາ, ປຸງແຕ່ງໄມ້ ແລະ ກະສິກຳ ແລະ ເຊື້ອເຊີນ ຫວຽດນາມ ເຂົ້າຮ່ວມບັນດາເຂດເສດຖະກິດພັດທະນາກະໂດດຂັ້ນ (TOR) ທີ່ເຂດນີ້.
ທ່ານລັດຖະມົນຕີ ຫວູຮຸຍຮ່ວາງ ໃຫ້ຮູ້ວ່າ: ຄະນະຜູ້ແທນ ຫວຽດນາມ, ນອກຈາກການເຂົ້າຮ່ວມບັນດານການເຄື່ອນໄຫວສຳຄັນຂອງເວທີປາໄສແລ້ວ, ກໍປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ກັບເຂດຕາເວັນອອກໄກຂອງ ລັດເຊຍ.
ຄະນະຜູ້ແທນ ຫວຽດນາມ ຍັງມີການພົບປະກັບຮອງນາຍົກລັດຖະມົນຕີ, ຜູ້ແຕງໜ້າຂອງປະທານາທິບໍດີ ລັດເຊຍຢູ່ເຂດຕາເວັນອອກໄກ ແລະ ລັດຖະມົນຕີກະຊວງພັດທະນາເສດຖະກິດຕາເວັນອອກໄກ.