ນັກແຕ່ງເລື່ອງພາບ ການຕ໋ຽວຮີ
|
(vovworld) – ຕອນຄ່ຳວັນທີ 6/2, ກະຊວງການຕ່າງປະເທດ ຍີ່ປຸ່ນ ໄດ້ຈັດຕັ້ງພິທີມອບລາງວັນເລື່ອງພາບສາກົນ (The Japan International Manga Award) ຄັ້ງທີ 10. ນັກແຕ່ງເລື່ອງພາບດ້ວຍນາມປາກກາວ່າ ການຕ໋ຽວຮີ (ຊື່ແທ້ວ່າ: ຟານກາວຮ່າມີ, ເກີດປີ 1990) ທີ່ມາຈາກ ຫວຽດນາມ ຍາດໄດ້ລາງວັນເງິນຂອງການເສັງນີ້ ດ້ວຍເລື່ອງພາບ “ປະຕູນາລົກ”. ນີ້ແມ່ນເລື່ອງພາບເລື່ອງທີ 2 ຂອງ ຫວຽດນາມ ທີ່ຍາດໄດ້ລາງວັນໃນການເສັງດັ່ງກ່າວ.
ການເສັງເລື່ອງພາບໂລກໂດຍກະຊວງການຕ່າງປະເທດ ຍີ່ປຸ່ນ ຈັດຕັ້ງປະຈຳປີນັບແຕ່ປີ 2007 ເປັນຕົ້ນໄປ. ນີ້ແມ່ນໜຶ່ງໃນບັນດາການເສັງລະດັບສາກົນທີ່ມີອິດທິພົນຊື່ສຽງທີ່ສຸດ ໄດ້ດຶງດູດເລື່ອງພາບນັບພັນເລື່ອງຂອງບັນດານັກແຕ່ງເລື່ອງໃນທົ່ວໂລກເຂົ້າຮ່ວມ. ໃນການເສັງປີນີ້ມີເລື່ອງພາບ 296 ເລື່ອງຂອງນັກແຕ່ງທີ່ມາຈາກ 55 ປະເທດ, ເຂດແຄ້ວນ. ການເສັງມີ 14 ເລື່ອງຍາດໄດ້ລາງວັນ, ໃນນັ້ນມີລາງວັນຄຳ 1 ລາງວັນ, ລາງວັນເງິນ 3 ລາງວັນ, ລາງວັນທອງ 10 ລາງວັນ.