(vovworld) – ໃນການແຂ່ງຂັນບານເຕະຮອບໄຊຊະນະເລີດ ທີ່ດຳເນີນໃນຕອນບ່າຍວັນທີ 28/6, ຢູ່ ຮ່າໂນ້ຍ, ທິມບານເຕະຍິງ U14 ຫວຽດນາມ ຍາດໄດ້ໄຊຊະນະຕໍ່ທິມບານເຕະຍິງ U14 ໄທ ດ້ວຍ 2 ປະຕູຕໍ່ 1 ແລະ ກາຍເປັນທິມໄຊຊະນະເລີດໃນການແຂ່ງຂັນບານເຕະຍິງ 2015-ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ແລະກໍໃນການແຂ່ງຂັນວັນດຽວກັນ, ທິມບານເຕະຍິງ U14 ມຽນມາ ຍາດໄດ້ໄຊຊະນະຕໍ່ທິມບານເຕະຍິງ U14 ມາເລເຊຍ ກາຍເປັນທິມຮັບລາງວັນທີ 3.