ທ່ານເລຮ່ວາຍຈູງ, ເອກອັກຄະລັດຖະທູດຫວຽດນາມປະຈຳ ສປຊ
photo:internet
|
(vovworld)- ທ່ານເລຮ່ວາຍຈູງ, ເອກອັກຄະລັດຖະທູດຫວຽດນາມປະຈຳ ສປຊ ໃຫ້ຮູ້ຄືດັ່ງກ່າວໃນການພົບປະກັບນັກຂ່າວຢູ່ນອກກອງປະຊຸມການທູດຄັ້ງທີ 28 ພວມດຳເນີນໄປຢູ່ຮ່າໂນ້ຍ. ຕາມທ່ານເລຮ່ວາຍຈູງແລ້ວ, ເຂົ້າຮ່ວມການຮັກສາສັນຕິພາບແມ່ນຄວາມມານະພະຍາຍາມມຸ່ງໄປເຖິງບົດບາດໃຫຍ່ກວ່າໃນເວທີສາກົນຂອງຫວຽດນາມ. ທ່ານເລຮ່ວາຍຈູງ ເນັ້ນຫນັກວ່າ:
“ແຜນນະໂຍບາຍຂອງຫວຽດນາມ ແຕ່ດົນນານມາແລ້ວແມ່ນສະຫນັບສະຫນູນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ປະຕິບັດຢ່າງຖືກຕ້ອງກັບກົດບັດ ສປຊ, ຮັບໃຊ້ຜົນປະໂຫຍດລວມຂອງປະຊາຊາດເພື່ອສັນຕິພາບ ແລະ ຄວາມສະຫງົບປອດໄພ. ທັດສະນະຂອງຫວຽດນາມນັ້ນແມ່ນ ບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ແມ່ນຫນຶ່ງໃນບັນດາເຄື່ອງມືຊ່ວຍຮັກສາສັນຕິພາບ ແລະ ຄວາມສະຫງົບປອດໄພສາກົນ. ສຳລັບ ຫວຽດນາມ, ແມ່ນປະເທດມີມູນເຊື້ອຮັກຫອມສັນຕິພາບ, ຍາມໃດຫວຽດນາມກໍປາດຖະຫນາຢາກປະກອບສ່ວນໃຫ້ແກ່ສັນຕິພາບໃນໂລກ ແລະ ຢາກປະກອບສ່ວນເຂົ້າໃນຄວາມສາມັກຄີສາກົນໃນຂົງເຂດດັ່ງກ່າວ. ”
ຕາມທ່ານເອກອັກຄະລັດຖະທູດເລຮ່ວາຍຈູງແລ້ວ, ຫວຽດນາມ ພວມຕັ້ງຫນ້າກະກຽມບາງເນື້ອໃນເພື່ອເຂົ້າຮ່ວມກຳລັງດັ່ງກ່າວໃນຕົ້ນປີ 2014.