ຫວຽດນາມຕັ້ງຫນ້າ,ເປັນເຈົ້າການໃນການເຂົ້າຮ່ວມເວທີປາໄສສປຊ

(VOVWORLD) -ເນື່ອງໃນໂອກາດກອງປະຊຸມການທູດຄັ້ງທີ 30 ຈະຈັດຕັ້ງຢູ່ ຮ່າໂນ້ຍ ແຕ່ວັນທີ 12-17 ສິງຫາ, ທ່ານດັ້ງດີງກູຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປຊ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ: “ຫວຽດນາມ ເຂົ້າຮ່ວມບັນດາເວທີປາໄສ ສປຊ: ເປັນເຈົ້າການ, ຕັ້ງຫນ້າ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ”.

ຫວຽດນາມຕັ້ງຫນ້າ,ເປັນເຈົ້າການໃນການເຂົ້າຮ່ວມເວທີປາໄສສປຊ - ảnh 1 ທ່ານດັ້ງດີງກູຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປຊ 

ພາບ:vietnam+

ທ່ານເອກອັກຄະລັດຖະທູດ ເນັ້ນຫນັກວ່າ: ຫວຽດນາມ ນັບມື້ນັບມີຄວາມເປັນເຈົ້າການ ແລະ ຕັ້ງຫນ້າ ເຂົ້າຮ່ວມຫລາຍຂົງເຂດເຄື່ອນໄຫວຂອງ ສປຊ, ປະກອບສ່ວນຊຸກຍູ້ສັນຕິພາບ, ເອກະລາດ, ອະທິປະໄຕ, ຄວາມກ້າວຫນ້າສັງຄົມ, ຮັບປະກັນສິດທິມະນຸດ… ຫວຽດນາມ ຍາມໃດກໍ່ມີຄວາມສະເຫມີຕົ້ນສະເຫມີປາຍໃນການຖືເປັນສຳຄັນບັນດາຫລັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດ ສປຊ ໃນການແກ້ໄຂການປະທະກັນ, ຄວາມຂັດແຍ້ງສາກົນໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ, ບໍ່ນຳໃຊ້ ຫລືນາບຂູ່ການນຳໃຊ້ອາວຸດ.

ຕອບກັບ

ຂ່າວ/ບົດ​ອື່ນ