ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າວິວັດການກໍ່ສ້າງປະຊາຄົມອາຊຽນ
(ການໂອ້ລົມສົນທະນາ “ມຸ່ງໄປເຖິງປະຊາຄົມອາຊຽນ 2015 -
ສັງເກດຈາກບັນດາປະເທດສະມາຊິກ“)
(vovworkd) -ການໂອ້ລົມສົນທະນາ “ມຸ່ງໄປເຖິງປະຊາຄົມອາຊຽນ 2015 - ສັງເກດຈາກບັນດາປະເທດສະມາຊິກ“ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 8/1 ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າບັນດາອົງການການທູດປະເທດສະມາຊິກອາຊຽນປະຈຳຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງຫວຽດນາມ ໃນປີ 2015 ໂດຍກະຊວງການຕ່າງປະເທດຈັດຕັ້ງ, ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການສ້າງຕັ້ງປະຊາຄົມອາຊຽນໃນທ້າຍປີນີ້.
ກ່ຽວກັບວຽກງານກະກຽມຂອງຫວຽດນາມ ໃຫ້ແກ່ການສ້າງຕັ້ງປະຊາຄົມອາຊຽນ. ທ່ານ ຫງວຽນຫວູຕູ໋, ຫົວໜ້າຄະນະເຈົ້າໜ້າທີ່ຂັ້ນສູງອາຊຽນຂອງຫວຽດນາມ, ໃຫ້ຮູ້ວ່າ:
“ກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ພວກຂ້າພະເຈົ້າໄດ້ມີເອກະສານກຳນົດຫຼາຍສະບັບ, ມີການຊີ້ນຳນຳພາຂອງທ່ານນາຍົກລັດຖະ ມົນຕີທີ່ກ່ຽວຂ້ອງເຖິງການຕ້ານກໍ່ການຮ້າຍ, ການຊອກຫາກູ້ໄພກູ້ຊີບ… ກ່ຽວກັບທາງດ້ານເສດຖະກິດ, ພວກເຮົາໄດ້ມີຄຳໝັ້ນສັນຍາຫຼຸດຜ່ອນພາສີ ແລະ ຫັນຕະຫຼາດເປັນເສລີ. ກ່ຽວກັບດ້ານວັດທະນະທຳສັງຄົມ, ໃນຈຳນວນ 16 ລາຍການເຊິ່ງທ່ານນາຍົກລັດຖະມົນຕີໄດ້ຮັບຮອງເອົານັ້ນ, ມີ 45/66 ໂຄງການແມ່ນຂຶ້ນກັບລາຍຊື່ບັນດາວຽກງານຕ້ອງເຮັດເພື່ອເຊື່ອມ ໂຍງເຂົ້າກັບອາຊຽນ“
ທີ່ການໂອ້ລົມສົນທະນາ, ນອກຈາກການແບ່ງປັນບົດຮຽນຂອງຕົນໃນການຂຸດຄົ້ນ, ກໍ່ສ້າງປະຊາຄົມອາຊຽນ, ດ້ວຍຈຸດໝາຍຖືປະຊາຊົນເປັນໃຈກາງ, ຜູ້ຕາງໜ້າບັນດາປະເທດສະມາຊິກກໍ່ເນັ້ນໜັກເຖິງເລື່ອງຍົກສູງຄວາມສາມາດຂອງບັນດາວິສາຫະກິດ ແລະ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ພ້ອມທັງເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ອາຊຽນກາຍເປັນປະຊາຄົມສະໜິດຕິດພັນດ້ານການເມືອງ, ຮ່ວມສຳພັນ ແລະ ແບ່ງປັນຄວາມຮັບຜິດຊອບໜ້າທີ່ຕໍ່ສັງຄົມ.