ຫວຽດນາມຕັດສິນໃຈປະກອບສ່ວນສ້າງປະຊາຄົມອາຊຽນ

 ຫວຽດນາມຕັດສິນໃຈປະກອບສ່ວນສ້າງປະຊາຄົມອາຊຽນ - ảnh 1
ທ່ານເລເລືອງມີນ ເລຂາທິການໃຫຍ່ ອາຊຽນ
ພາບ:internet


(vovworld)- ​ ວັນ​ທີ 8/8, ​ອາ​ຊຽນ ສະ​ເຫລີ​ມສະຫລອງ 46 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ. ຕອນ​ເຊົ້າ​ວັນ​ 8/8 ຢູ່ ນະຄອນຫລວງ ຮ່າ​ໂນ້ຍ ​ໄດ້​ດ​ຳ​ເນີນ​ພິທີ​ຊັກ​ທຸງ ອາ​ຊຽນ. ​ເຂົ້າ​ຮ່ວມ​ພິທີ ມີ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວີ​ງ, ທ່ານ ບຸ່ຍ​ຮົ່ງຫລີງ, ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ພ້ອມ​ດ້ວຍ ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ປະຈຳ​ຫວຽດນາມ ​ແລະ ​ແຂກ​ຖືກ​ເຊີນ​ເປັນ​ຈຳນວນ​ຫລວງຫລາຍ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ ​ໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ຊຽນ​ເພື່ອ​ສ້າງ​ປະຊາ​ຄົມ​ອາ​ຊຽນ ໃນ​ປີ 2015 ​ແລະ ສ້າງ​ສະຕິ​​ໃຫ້ວົງ​ຄະນາ​ຍາດ​ປະຊາຊົນ​ເທື່ອ​ລະ​ກ້າວ, ພ້ອມ​ທັງ​ຊ່ວຍ​ເພີ່​ມທະວີ​ໂຄສະນາ​ພາບ​ພົດ​ອາ​ຊຽນ ອອກ​ສູ່​ປະຊາ​ຄົມ​ສາກົນ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວ​ມຂອງ ອາ​ຊຽນ.

​ແລະ​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ, ພິທີ​ຊັກ​ທຸງ ອາ​ຊຽນ ກໍ່​ໄດ້​ດຳ​ເນີນ​ໄປ​ຢູ່​ບັນດາ​ປະ​ເທດ​ສະມາຊິກ​ອື່ນ​ໃນ​ອາ​ຊຽນ ຕາມ​ພິທີການ​ຢ່າງສົມ​ກຽດ ​ເພື່ອ​ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015 ​ໃນ 3 ​ເສົາ​ຄ້ຳ: ການ​ເມືອງ, ຄວາມ​ໝັ້ນຄົງ, ​ເສດຖະກິດ, ວັດທະນະທຳ​ສັງຄົມ.

 

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ