ຫວຽດນາມຕີລາຄາສູງການເຄື່ອນໄຫວຮັກສາສັນຕິພາບຂອງສປຊ

ຫວຽດນາມຕີລາຄາສູງການເຄື່ອນໄຫວຮັກສາສັນຕິພາບຂອງສປຊ - ảnh 1
ທ່ານ ພັນ​ຕີ Adil Fichtali  ແລະ ທ່ານ ພົນ​ໂທ ຫວໍ​ວັນ​ຕ໋ວນ 
(ພາບ: vtc.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 24/10, ຢູ່​ຮ່າ​ໂນ້ຍ, ທ່ານ ພົນ​ໂທ ຫວໍ​ວັນ​ຕ໋ວນ, ຮອງ​ເສ​ນາ​ທິ​ການ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຝຶກ​​ຊ້ອນ​ເຄື່ອນ​ທ​ີ່ ສ​ປ​ຊ ໂດຍ​ທ່ານ ພັນ​ຕີ Adil Fichtali, ຜູ້​ອຳ​ນວຍ​​ໂຄງລາຍ​ການ​ຝຶກ​ແອບ, ຄະ​ນະ​ຝຶກ​​ຊ້ອນກົມ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ແລະ ກົມ​ໜູນ​ຊ່ວຍ​ພື້ນ​ທີ່​ຕົວ​ຈິງ ສ​ປ​ຊ, ຫົວ​ໜ້າ ຄະ​ນະ​ຝຶກ​ຊ້ອນ​ເຄື່ອນ​ທ​ີ່ ສ​ປ​ຊ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢ​ູ່ ຫວ​ຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ພົນ​ໂທ ຫວໍ​ວັນ​ຕ໋ວນ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ສາ​ກົນ, ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ການ​ປະ​ທະ​ກັນ ແລະ ການ​ຂັດ​ແຍ້ງ​ຜ່ານ​ມາ​ດ​ຕະ​ການ​ສັນ​ຕິ​ພາບ, ໜູ​ນ​ຊ່ວຍ ແລະ ຊ່ວຍ​ເຫຼືອ​ບັນ​ດາ​ປະ​ເທດ​ມີ​ເງື່ອນ​ໄຂ​ພັດ​ທະ​ນາ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ ແລະ ສາ​ກົນ​ສັບ​ສົນ​ຄື​ໃນ​ປະ​ຈຸ​ບັນ, ມີ​ຫຼາຍໄພ​ນາບ​ຂູ່​ເຖິງ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ. ພັນ​ຕີ Adil Fichtali ຢັ້ງ​ຢືນ​​ວ່າຈະ​ເຮັດ​ວຽກ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ ຫວຽດ​ນາມ ກໍ່​ສ້າງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຕອບ​ສະ​ໜອງ​ໜ້າ​ທີ່​ຂອງ ສ​ປ​ຊ ໃນ​ສະ​ພາບ​ການ​ໃໝ່​ເປັນ​ຢ່າງ​ດີ.


ຂ່າວ/ບົດ​ອື່ນ