ຫວຽດນາມຕ້ອນຮັບນັກທ່ອງທ່ຽວກວ່າ4,7ລ້ານເທື່ອຄົນໃນ6ເດືອນຕົ້ນປີ
(ພາບປະກອບ)
(vovworld) - ໃນ 6 ເດືອນຕົ້ນປີ 2016, ມີນັກທ່ອງທ່ຽວສາກົນມາຫວຽດນາມ ຄາດວ່າບັນລຸກວ່າ 4,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 21,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015. ພ້ອມກັບນັກທ່ອງທ່ຽວສາກົນ, ຂະແໜງທ່ອງທ່ຽວຫວຽດນາມ ໄດ້ຮັບໃຊ້ນັກທ່ອງທ່ຽວພາຍໃນປະເທດປະມານ 32 ລ້ານເທື່ອຄົນ. ຍອດລາຍຮັບຈາກນັກທ່ອງທ່ຽວຄາດວ່າບັນລຸກວ່າ 200.000 ຕື້ດົງ. ໄລ່ສະເພາະເດືອນ 06/2016, ນັກທ່ອງທ່ຽວສາກົນມາຫວຽດນາມ ຄາດວ່າກວ່າ 700.000 ເທື່ອຄົນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ເດືອນ 06/2015. ໝາກຜົນນີ້ແມ່ນປັດໃຈເພື່ອສຳເລັດຄາດໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 8,5 ລ້ານເທື່ອຄົນ, ຮັບໃຊ້ນັກທ່ອງທ່ຽວພາຍໃນປະເທດ 60 ລ້ານເທື່ອຄົນ.