ພາບປະກອບ
|
(vovworld) - ຂໍ້ມູນຂ່າວຈາກກົມໃຫຍ່ທ່ອງທ່ຽວ, ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໃນວັນທີ 25/1 ໄດ້ສະແດງໃຫ້ເຫັນວ່າ: ຄາດວ່າ ຈະນວນແຂກທ່ອງທ່ຽວສາກົນໄປຍັງ ຫວຽດນາມ ໃນເດືອນ 1/2017 ບັນລຸປະມານ 1 ລ້ານເທື່ອຄົນ, ເພີ່ມຂຶ້ນ 12,3% ເມື່ອທຽບໃສ່ເດືອນ 12/2016. ຕາມການສະຖິຕິແລ້ວ, ໃນເດືອນ 1/2017, ແຂກສາກົນຢູ່ບັນດາຕະຫຼາດລ້ວນແຕ່ເພີ່ມຂຶ້ນ. ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸໄດ້ 38.600 ຕື້ດົ່ງ.
ໃນປີ 2017, ທ່ອງທ່ຽວ ຫວຽດນາມ ສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນ 11,5 ລ້ານເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດໄດ້ 66 ລ້ານເທື່ອຄົນ. ທ່ອງທ່ຽວ ຫວຽດນາມ ກໍ່ມຸ່ງໄປເຖິງຈຸດໝາຍຮອດປີ 2020 ຕ້ອນຮັບແຂກທ່ອງທ່ຽວສາກົນແຕ່ 16 – 20 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດ 82 ລ້ານເທື່ອຄົນ, ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸ 35 ຕື້ USD.