( vovworld ) - ຕອນເຊົ້າວັນທີ 22/5, ຢູ່ຮ່າໂນ້ຍ, ອົງການອະນາໄມໂລກ, ກະຊວງສາທາລະນະສຸກ ແລະ ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດການປະຊຸມຂ່າວຕອບສະໜອງສັບປະດາແຫ່ງຊາດບໍ່ມີຢາສູບ ນັບແຕ່ວັນທີ 22 - 31/5/2012 ແລະ ໂຄສະນາຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບ. ຫົວຂໍ້ຂອງວັດໂລກບໍ່ມີຢາສູບປີ 2012 ແມ່ນ “ ການແຊກແຊງຂອງຂະແໜງອຸດສາຫະກຳຢາສູບທີ່ມີຕໍ່ນະໂຍບາຍປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບ ”. ທີ່ການປະຊຸນຂ່າວ, ຜູ້ຕາງໜ້າກະຊວງສາທາລະນະສຸກໃຫ້ຮູ້ວ່າ ໃນແຕ່ລະປີຢາສູບໄດ້ເຮັດໃຫ້ 40.000 ຄົນເສຍຊີວິດ ແລະ ຄາດວ່າຕົວເລກນີ້ຈະເພີ່ມຂຶ້ນ 70.000 ຄົນໃນປີ 2030. ນອກຈາກນັ້ນ, ມີ 2/3 ຈຳນວນຜູ້ທີ່ບໍ່ສູບຢາ, ສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍທີ່ຕິດກັບຄວັນຢາສູບຢູ່ໃນເຮືອນ, ຢູ່ບ່ອນເຮັດວຽກ ແລະ ບ່ອນສາທາລະນະ. ປະຈຸບັນກະຊວງສາທາລະນະສຸກພວມຍືນສະເໜີຕໍ່ສະພາແຫ່ງຊາດຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບ ຢູ່ທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ເຊິ່ງພວມດຳເນີນໄປຢູ່ຮ່າໂນ້ຍ. ທ່ານຮອງສາດສະດາຈານ, ປະລິຍາເອກ Duong Ngoc Khue, ຫົວໜ້າກົມຄຸ້ມຄອງ, ກວດ ແລະ ປິ່ນປົວພະຍາດ, ຫົວໜ້າຫ້ອງການໂຄງການປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບໃຫ້ຮູ້ວ່າ.
“ ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບອິ່ງໃສ່ບົນຫຼັກການຂອງອົງການອະນາໄມໂລກທີ່ໄດ້ກ່າວເຕືອນ, ນັ້ນແມ່ນຫຼັກການໂຄສະນາຍົກສູງສະຕິຄວາມຮັບຮູ້. ທີ່ສອງແມ່ນຂົນຂວາຍອົງການ, ຂະແໜງການຕ່າງໆເຂົ້າຮ່ວມຢ່າງຕັ້ງໜ້າ, ຕອບສະໜອງສັບປະດາບໍ່ມີຄວັນຢາສູບ ແລະ ວັນທ່ົວໂລກບໍ່ມີຄວັນຢາສູບ. ຫວັງວ່າ ປະຊາຊົນຫວຽດນາມ ທຸກໆຄົນຈະສະໜັບສະໜູນຮ່າງກົດໝາຍດັ່ງກ່າວ, ເຮັດຄືນແນວນັ້ນຈຶ່ງສາມາດຍູ້ຢາສູບໃຫ້ຖວຍໄປແຕ່ລະກ້າວ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບຢູ່ຫວຽດນາມ ຢ່າງມີປະສິດທິຜົນ ”.