(vovworld) – ຕອນເຊົ້າວັນທີ 26/09 ຢູ່ຮ່າໂນ້ຍ, ກົມໃຫຍ່ທ່ອງທ່ຽວ, ຄະນະຜູ້ແທນສະຫະະພາບເອີລົບ ປະຈຳຫວຽດນາມ ໄດ້ຈັດຕັ້ງງານຊຸມນຸມມິດຕິງສະເຫຼີມສະຫຼອງວັນທ່ອງທ່ຽວສາກົນປີ 2015. ເຫດການໄດ້ດຶງດູດນັກສຶກສາຂະແໜງທ່ອງທ່ຽວ ແລະ ບັນດານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ທ່ານ ຫງວຽນວັນຕ໋ວນ, ຫົວໜ້າກົມໃຫຍ່ທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຊີ້ແຈ້ງວ່າ.
“ບັນດາຜູ້ເຮັດວຽກງານທ່ອງທ່ຽວທົ່ວໂລກ ໄດ້ຈັດພິທີສະເຫຼີມສະຫຼອງວັນທ່ອງທ່ຽວສາກົນຢ່າງສົມກຽດ ແລະ ປະຕິບັດສານເຊິ່ງທ່ານເລຂາທິການໃຫຍ່ອົງການການທ່ອງທ່ຽວ ໄດ້ສົ່ງໄປ: ນັກທ່ອງທ່ຽວນັບຕື້ຄົນ - ໝື່ນຕື້ກາລະໂອກາດ, ເພື່ອຢືນຢັນວ່າ ທ່ອງທ່ຽວແມ່ນຂະແໜງເສດຖະກິດມີຄວາມສຳຄັນພິເສດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສັງຄົມໃນຂອບເຂດທົ່ວໂລກ ກໍຄືໃນຂອບເຂດຂອງແຕ່ລະປະເທດ. ເພື່ອປະຕິບັດສານດັ່ງກ່າວໃຫ້ໄດ້, ໝາຍຄວາມວ່າຂະແໜງທ່ອງທ່ຽວຫວຽດນາມ ຕ້ອງສະແດງໜ້າທີ່ຮັບຜິດຊອບສູງສຸດ ໃນການຮ່ວມມືເພື່ອພັດທະນາຂະແໜງທ່ອງທ່ຽວຫວຽດນາມ ທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ”.
ພິທີສະເຫຼີມສະຫຼອງວັນທ່ອງທ່ຽວສາກົນ ໄດ້ຈັດຂຶ້ນໃນວັນທີ 27/09 ຂອງແຕ່ລະປີ.