ວັນທ່ອງທ່ຽວໂລກປີ 2015 (ພາບປະກອບ)
(vovworld) - ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ຫາກໍສົ່ງເອກະສານລັດຖະການເຖິງພະແນກ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ, ພະແນກທ່ອງທ່ຽວ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ແລະ ວັນດາວະສາຫະກິດ ທ່ອງທ່ຽວໃນທົ່ວປະເທດກ່ຽວກັບການຈັດຕັ້ງບັນດາການເຄື່ອນໄຫວຕອບສະໜອງວັນທ່ອງທ່ຽວໂລກປີ 2015 (27/9) ດ້ວຍຫົວເລື່ອງ “ ນັກທ່ອງທ່ຽວ 1 ຕື້ເທື່ອຄົນ 1 ຕື້ກາລະໂອກາດ ” ສານດັ່ງກ່າວໂດຍແມ່ນທ່ານ Taleb Rifai ເລຂາທິການໃຫຍ່ອົງການທ່ອງທ່ຽວໂລກ ແລະ ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban ki Moon ສົ່ງເຖິງທົ່ວໂລກ. ເນື່ອງໃນໂອກາດນີ້ ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ສະໜີບັນດາອົງການຫົວໜ່ວຍໃນຂະແໜງການຈັດຕັ້ງບັນດາການເຄື່ອນໄຫວເໝາະສົມ ຫຼື ກອງປະຊຸມ, ການສຳມະນາ ເພື່ອເຜີຍແຜ່ ໂຄສະນາສານດັ່ງກ່ວາຢ່າງກ້ວາງຂວາງ ຜ່ານພາຫະນະສື່ມວນຊົນ ແລະ ຢູ່ບັນດາເຂດທ່ອງທ່ຽວກາວກັບຄວາມໝາຍຂອງວັນທ່ອງທ່ຽວໂລກປີ 2015.