ທ່າານາງຮອງປະທານປະເທດ ຫງວຽນທິງອກທິ້ງ ເຂົ້າຮ່ວມງານບຸນ
(ພາບ: hanoimoi.com.vn)
(vovworld) – ຕອນເຊົ້າວັນທີ 29/5, ຢູ່ ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ສົມທົບກັບກະຊວງສາທາລະນະສຸກ ໄດ້ຈັດຕັ້ງພິທີປຸກລະດົມແມ່ຍິງ “ສ້າງຄອບຄົວປອດຄວັນຢາສູບ” ເພື່ອຕອບສະໜອງວັນໂລກປອດຄວັນຢາສູບ (31/5) ແລະ ສັບປະດາແຫ່ງຊາດປອດຄວັນຢາສູບ (25 -31/5/2016). ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ, ເນັ້ນໜັກວ່າ: ວຽກງານປົກປັກຮັກສາສຸຂະພາບຂອງປະຊາຊົນໄດ້ຮັບການເອົາໃຈໃສ່ເປັນພິເສດຈາກພັກ ແລະ ລັດ. ສະພາແຫ່ງຊາດໄດ້ປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບ, ປັບປຸງບັນດານະໂຍບາຍກົດໝາຍ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ, ສະເໜີວ່າ:
“ເພື່ອຕອບສະໜອງວັນໂລກປອດຄວັນຢາສູບປີນີ້, ຂ້າພະເຈົ້າສະເໜີໃຫ້ຄະນະພັກທຸກຂັ້ນ, ອຳນາດການປົກຄອງ ຈົ່ງສະຫງວນຄວາມເອົາໃຈໃສ່ດ້ວຍບັນດາການກະທຳແທດຈິງ, ມີປະສິດທິຜົນໃນການປະຕິບັດຈຸດໝາຍຂອງໂຄງການເຄື່ອນໄຫວແຫ່ງຊາດປ້ອງກັນ, ຕ້ານຢາສູບກ່ວາອີກ. ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຄົນຈົ່ງຮ່ວມແຮງຮ່ວມໃຈເຄື່ອນໄຫວເພື່ອມີຊີວິດອັນດີງາມກ່ວາປະກອບສ່ວນສ້າງສາ, ພັດທະນາປະເທດຊາດ, ຊາວ ຫວຽດນາມ ມຸ່ງໄປເຖິງຈຸດໝາຍປະຊາຊົນຮັ່ງມີ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ.”