ຫວຽດນາມ-​ຕານຊາເນຍ ມຸ່ງໄປການຮ່ວມມືສອງຝ່າຍມິດຕະພາບ, ໝັ້ນແກ່ນ, ຢ່າງແທດຈິງ ແລະ ​ມີປະສິດ​ທິຜົນກ່ວາອີກ

(VOVWORLD) -ນັບແຕ່ຄາວສ້າງຕັ້ງການພົວພັນທາງການທູດ 55 ປີ ຄືນຫຼັງ, ປັດຈຸບັນ ການພົວພັນມິດຕະພາບ, ການຮ່ວມມື ແລະ ເຊື່ອໃຈກັນລະຫວ່າງ ຫວຽດນາມ ແລະ ຕານຊາເນຍ ກຳລັງມຸ່ງໄປສູ່ອະນາຄົດການຮ່ວມມືທີ່ດີງາມ, ແໜ້ນແຟ້ນກ່ວາ.
ຫວຽດນາມ-​ຕານຊາເນຍ ມຸ່ງໄປການຮ່ວມມືສອງຝ່າຍມິດຕະພາບ, ໝັ້ນແກ່ນ, ຢ່າງແທດຈິງ ແລະ ​ມີປະສິດ​ທິຜົນກ່ວາອີກ - ảnh 1ທ່ານ ຫງວຽນກິມແຢວງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕານຊາເນຍ   (ພາບ:TTXVN)

 ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຫງວຽນກິມແຢວງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕານຊາເນຍ ໃນການໃຫ້ສຳພາດຕໍ່ສື່ມວນຊົນປະເທດປະຈຳຖິ່ນເນື່ອງໃນໂອກາດ ສະເຫຼີມສະຫຼອງ 55 ປີ ເຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຕານຊາເນຍ  (14/2/1965 - 14/2/2020). ທ່ານ  ຫງວຽນກິມແຢວງ ຢັ້ງຢືນວ່າ ຫວຽດນາມ ແລະ ຕານຊາເນຍ ມີຫຼາຍຈຸດຄ້າຍຄືກັນ, ດັ່ງນັ້ນ, ສອງປະເທດໄດ້, ກຳລັງ ແລະ ຈະຮ່ວມມື, ແບ່ງປັນ ແລະ ຮ່ຳຮຽນເຊິ່ງກັນ ແລະ ກັນໃຫ້ຫຼາຍທີ່ສຸດ ເພື່ອຜົນປະໂຫຍດລວມ. ກ່ຽວກັບຄວາມສາມາດຂອງ ຫວຽດນາມ ໃນການລົງທຶນ ກໍ່ສ້າງໂຮງງານປຸງແຕ່ງໝາກມ່ວງຫິມະພານຢູ່ ຕານຊາເນຍ, ທ່ານເອກອັກຄະລັດຖະທູດ ຫງວຽນກິມແຢວງ ໃຫ້ຮູ້ວ່າ ສະຖານທູດຍາມໃດກໍ່ສົ່ງເສີມບັນດາບໍລິສັດ ຫວຽດນາມ ເຂົ້າມາລົງທຶນ ແລະ ກໍ່ສ້າງບັນດາໂຮງງານປຸງແຕ່ງໝາກມ່ວງຫິມະພານຢູ່ປະເທດປະຈຳຖິ່ນ. ໃນຕົວຈິງ, ບັນດາໂຮງງານປຸງແຕ່ງໝາກມ່ວງຫິມະພານທີ່ຜະລິດຢູ່ ຫວຽດນາມໄດ້ເກັບຊື້, ຕິດຕັ້ງ ແລະ ເຄື່ອນໄຫວ ຢູ່ ຕານຊາເນຍ. ບັນດາວິສາຫະກິດ ຕານຊາເນຍ ສາມາດຊື້ ເຄື່ອງປຸງແຕ່ງໝາກມ່ວງຫິມະພານຈາກ ຫວຽດນາມ ຫຼື ບັນດາປະເທດຕ່າງໆຕື່ມອີກ ເພື່ອຊ່ວຍເຫຼືອຜູ້ປູກໝາກມ່ວງຫິມະພານຢູ່ທ້ອງຖິ່ນ. ທ່ານເອກອັກຄະລັດຖະທູດ ຫງວຽນກິມແຢວງ ຢັ້ງຢືນວ່າ ດ້ວຍ ການຮ່ວມມືຫຼາຍໜ້າ, ການລົງທຶນດ້ານເສດຖະກິດ, ການຄ້າ ແລະ ບັນດາການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດ ໃນໄລຍະຜ່ານມາ, ຫວຽດນາມ ແລະ ຕານຊາເນຍກຳລັງມຸ່ງໄປເຖິງການພົວພັນ ສອງຝ່າຍມິດຕະພາບ, ໝັ້ນແກ່ນ, ຢ່າງແທດຈິງ ແລະ ມີປະສິດທິິິຜົນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ