ຫວຽດນາມຕຳໜິຢ່າງຮຸນແຮງຕໍ່ຖ້ອຍທຳນອງແບ່ງແຍກການພົວພັນ ລະຫວ່າງຫວຽດນາມ-ກຳປູເຈຍ

ຫວຽດນາມຕຳໜິຢ່າງຮຸນແຮງຕໍ່ຖ້ອຍທຳນອງແບ່ງແຍກການພົວພັນ ລະຫວ່າງຫວຽດນາມ-ກຳປູເຈຍ - ảnh 1
(ທ່ານ​ນາງ​ຮອງໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມທູຮັ່ງ)

(vovworld) – ຫວຽດນາມຕຳ​ໜິຢ່າງຮຸນແຮງຕໍ່ຖ້ອຍ​ທຳນອງ ແບ່ງແຍກການພົວພັນລະຫວ່າງຫວຽດນາມ-ກຳປູ​ເຈ​ຍ, ນັ້ນ​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ນາງ​ຮອງໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມທູຮັ່ງ, ​ໃນ​ວັນ​ທີ 01/10 ​ເມື່ອ​ຄຳ​ຖາມ​ຂອງ​ນັກ​ຂ່າວທີ່​ສະ​ເໜີ​​ໃຫ້​ຮູ້​ປະຕິ​ກິລິຍາ​ຂອງ​ຫວຽດນາມ ຕໍ່​​ເລື່ອງຜູ້​ທີ່​ປຶກສາ​ໂດຍ​ກົງຂອງ​ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hun Sen ​ໄດ້​ມີ​ບົດ​ຂຽນ​ໃນ​ໜັງສືພິມ Rasmey ຂອງ​ກຳປູ​ເຈຍ, ດ້ວຍ​ບາງ​ເນື້ອ​ໃນ​ທີ່​ບິດ​ເບືອນ​ປະຫວັດສາດ, ປຸກ​ປັ່ນ​ບັນ​ຫາ​​ເຂດຊາຍ​ແດນ. ທ່ານ​ນາງຮອງໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມທູ​ຮັ່ງ ຊີ້​ແຈ້ງວ່າ: ຫວຽດນາມ ຕຳ​ໜິຢ່າງຮຸນແຮງຕໍ່​ຖ​້​ອຍທຳນອງເປັນ​ປໍ​ລະ​ປັກ​ຂອງ​ພວກ​ສວຍໂອກາດ, ທີ່​ມາຕັ້ງ​ໃຈ​ບິດ​ເບືອນປະຫວັດສາດ, ປຸກ​ປັ່ນ, ​ກໍ​ຄວາມ​ແບ່ງ​ແຍກ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ຊາດ​ຫວຽດນາມ - ກຳ​ປູ​ເຈຍ.

ຂ່າວ/ບົດ​ອື່ນ