ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ແລະ ທ່ານນາງ Michaelle Jean
(ພາບ: VGP/Hải Minh)
(vovworld)- ທ່ານຟ້າມບິງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຢືນຢັນຄືດັ່ງກ່າວທີ່ການຕ້ອນຮັບທ່ານນາງ Michaelle Jean ອະດີດຜູ້ມີອຳນາດເຕັມແຫ່ງປະເທດການາດາ ຊື່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ເມື່ອຕອນບ່າຍວັນທີ 14/11. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິງ ໃຫ້ຮູ້ວ່າ: ຫວຽດນາມ ປາດຖະໜາ ແລະ ພ້ອມແລ້ວທີ່ຈະພ້ອມກັບການາດາ ນຳການພົວພັນຮ່ວມມືລະຫວ່າງສອງປະເທດເຂົ້າສູ່ລວງເລິກ ແລະ ນັບມື້ນັບບັນລຸປະສິດທິຜົນກ່ວາອີກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິງ ເນັ້ນໜັກວ່າ: ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນເຂົ້າຮ່ວມປະຊາຄົມບັນດາປະເທດໃຊ້ພາສາຝະລັງ ຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງປະຊາຄົມບັນດາປະເທດໃຊ້ພາສາຝະລັງ ແລະ ອາຊຽນ.
ສ່ວນ ທ່ານນາງ Michaelle Jean ຢືນຢັນວ່າ, ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງການາດາຢູ່ພາກພື້ນອາຊີ-ປາຊີຟິກ, ພ້ອມທັງໄດ້ຕີລາຄາບົດບາດຂອງຫວຽດນາມ ຢູ່ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ ແລະ ຊົມເຊີຍບັນດາການປະກອບສ່ວນຂອງຫວຽດນາມ ເຂົ້າໃນການພັດທະນາຂອງປະຊາຄົມບັນດາປະເທດໃຊ້ພາສາຝະລັງ ໃນໄລຍະຜ່ານມາ./.