ຫວຽດນາມຖືເປັນສໍາຄັນ ແລະ ບຸລິມະສິດ ໃນການປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນລັດເຊຍ

(VOVWORLD) -ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin, ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະໄປຢ້ຽມຢາມ ລັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 5 – 8 ກັນຍາ 2018.

ຫວຽດນາມຖືເປັນສໍາຄັນ ແລະ ບຸລິມະສິດ ໃນການປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນລັດເຊຍ - ảnh 1ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ແລະ ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin

(ພາບ:TTXVN)

ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລັດເຊຍ ເລິກເຊິ່ງກວ່າອີກ, ເພີ່ມທະວີການຮ່ວມສໍາພັນຍຸດທະສາດ ແລະ ຊຸກຍູ້ການຮ່ວມມືໃນທຸກຂົງເຂດ. ເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານລັດເຊຍ TASS  ກ່່ອນດໍາເນີນການຢ້ຽມຢາມ, ທ່ານເລຂາທິການໃຫຍ່່ ຫງວຽນຟຸຈ້ອງ ໃຫ້ຮູ້ວ່າ: ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່່ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີ Vladimir Putin ພ້ອມດ້ວຍບັນດາການນໍາສະຫະພັນລັດເຊຍ ຈະ      ແລກປ່ຽນ, ປຶກສາຫາລືຢ່າງຮອບດ້ານ ກ່ຽວກັບການພົວພັນລະຫວ່າງສອງປະເທດ; ປືກສາຫາລືບັນດາທິດທາງໃຫຍ່ ແລະ ບັນດາມາດຕະການຊຸກຍູ້ການພົວພັນໃນທຸກຂົງເຂດ; ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານເລຂາທິການໃຫຍ່່ ຫງວຽນຟຸຈ້ອງ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະສ້າງກໍາລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລັດເຊຍ ສືບຕໍ່ພັດທະນາ, ຍົກສູງຄຸນນະພາບ ແລະ ປະສິດທິພາບໃນການຮ່ວມມືສອງຝ່າຍກວ່າອີກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ ແລະ ຜົນປະໂຫຍດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມພັດທະນາຂອງ ພາກພື້ນ ອາຊີ - ປາຊີຟິກ.

        ທ່ານເລຂາທິການໃຫຍ່່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະ ບຸລິມະສິດໃນການປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບລັດເຊຍ. ຫວຽດນາມ ປາດຖະໜາວ່າ ການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າສອງຝ່າຍ ຈະພັດທະນາຢ່າງແຮງກວ່າເກົ່າ ແລະ ກາຍເປັນເສົາຄໍ້າອັນແທ້ຈິງຂອງການພົວພັນສອງຝ່າຍໃນໄລຍະຈະມາເຖິງໂດຍໄວ.


ຕອບກັບ

ຂ່າວ/ບົດ​ອື່ນ