ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ

ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ - ảnh 1
(ທ່ານ​ພົນ​ເອກ ຟຸງກວາງ​ແທງ ຕ້ອນຮັບ​​ທ່ານ N.P Patrushev)

(vovworld) -  “ຫວຽດນາມ ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ສະຫະພັນ ​ລັດ​ເຊຍ” ສິ່ງ​ດັ່ງກ່າວ​​ໂດຍ​ທ່ານ ຟ້າ​ມບີ​ງມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເນັ້ນ​ໜັກ​ທີ່​ການ​ຕ້ອນຮັບ​ທ່ານ N.P Patrushev ​ເລຂາທິການ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ ລັດ​ເຊຍ ທີ່ພວມ​ມີ​ການ​ຢ້ຽມຢາມ ຫວຽດນາມ ​ໃນຕອນ​ບ່າຍ​ວັນ​ທີ 15/03 ຢູ່​ຮ່າ​ໂນ້ຍ. ທ່ານ ຟ້າ​ມບີ​ງມິ​ງ ກໍ່​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າ​ງກະ​ຊວງ​ຕຳຫລວດ ຫວຽດນາມ ​ແລະ ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ ລັດ​ເຊຍ.

        2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ສັນ​ຄວນ​ຕັ້ງໜ້າຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ທຸກ​ດ້ານ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ປະຕິບັດ​ສັນ​ຍາ​ການ​ຄ້າ​ເສລີ ຫວຽດນາມ - ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ ພາຍຫລັງ​ສັນຍາ​ມີ​ຜົນ​ສັກສິດ, ປະກອບສ່ວນ​ຍົກ​ສູງປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານເສດຖະກິດ - ການ​ຄ້າ​ລະ​ຫວ່າງ 2 ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ. ຄຽງ​ຂ້າງ​ນັ້ນ, ສະພາບ​ການ​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແຫຼ​ມ​​ເກົາຫຼີ​ໃນ​ໄລຍະ​ມໍ່​ໆ​ມາ​ນີ້ ກໍ່​ເຮັດ​ໃຫ້ຫາ​ງສຽງ​ມີ​ຄວາມ​ສົນ​ໃຈ ​ແລະ ວິຕົກ​ກັງ​ວົນ. ​ໃນ​ສະພາບ​ການ​ນັ້ນ, 2 ຝ່າຍ​​ເນັ້ນ​ໜັກ​ວ່າ: ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຄວນ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ຍົກ​ສູງ​ບົດບາດ​ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື​ຫລາຍຝ່າຍ, ບັນ​ດາຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ພາກ​ພື້ນ

        ​ແລະ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທີ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ​ພົນ​ເອກ ຟຸງກວາງ​ແທງ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບສະຫະພັນ ລັດ​ເຊຍ ​ໂດຍ​ທ່ານ N.P Patrushev ນຳ​ໜ້າ​ຄະນະ. ທີ່​ການ​ຕ້ອນຮັບ, ທ່ານ​ພົນ​ເອກ ຟຸງກວາງ​ແທງ ຮັບ​ຮູ້​ການ​ຮ່ວມ​ມື​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ຕັ້ງໜ້າ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ກັບ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ ລັດ​ເຊຍ, ພົ້ນ​ເດັ່ນ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ບຳລຸງ​ສ້າງ, ປ້ອງ​ກັນຊາ​ຍ​ແດນ, ຮັກສາ​ຄວາມ​ລັບ ​ແລະ ຄວາມ​ປອດ​ໄພ​​ໃນ​ການ​ສື່ສານ. ສ່ວນ​ທ່ານ N.P Patrushev ກໍ່ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ສືບ​ຕໍ່​ພັດທະນາ ​ເຂົ້າ​ສູ່​ລວງ​ເລິກ, ບັນ​ລຸ​ຜົນງານ​ຫລາຍ​ຢ່າງ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຕາມ​ຈິດ​ໃຈ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ ​ເຊິ່ງລົງ​ນາມ​​ເມື່ອປີ 2013.

ຂ່າວ/ບົດ​ອື່ນ