ຫວຽດນາມຖືເປັນສຳຄັນໃນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ

(VOVWORLD) -ວັນທີ 28 ມິຖຸນາ, ເມື່ອຕອບສຳພາດນັກຂ່າວກ່ຽວກັບບັນຫາກ່ຽວຂ້ອງເຖິງປະຕິກິລິຍາຂອງຫວຽດນາມ ຕໍໍ່ໜ້າບັນດາຄຳກ່າວປາໄສຫວ່າງມໍ່ໆມານີ້ຂອງທ່ານປະທານາທິບໍດີອາເມລິກາ Donald Trump ກ່ຽວກັບການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມ - ອາເມລິກາ

ຫວຽດນາມຖືເປັນສຳຄັນໃນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ - ảnh 1 ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທຸຮັ່ງ

(ພາບ: TTXVN)

ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທຸຮັ່ງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ. ໃນໄລຍະຜ່ານມາ, ການພົວພັນລະຫວ່າງ 2 ປະເທດໄດ້ເຫັນປະຈັກຕາບັນດາບາດກ້າວຂະຫຍາຍຕົວດີງາມທີ່ສຸດໃນທຸກຂົງເຂດ, ໃນນັ້ນພິເສດແມ່ນທາງດ້ານເສດຖະກິດ - ການຄ້າ - ການລົງທຶນ.

        ດ້ວຍທັດສະນະທີ່ວ່າ 2 ພື້ນຖານເສດຖະກິດອາດສາມາດເພີ່ມເຕີມໃຫ້ກັນ, ຫວຽດນາມ ມີແຜນນະໂຍບາຍຊຸກຍູ້ການພົວພັນທາງດ້ານເສດຖະກິດ - ການຄ້າ - ການລົງທຶນ ຕາມທິດເສລີ, ຍຸຕິທຳ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ບົນຈິດໃຈນັ້ນ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອປັບປຸງຄວາມດຸ່ນດ່ຽງດ້ານການຄ້າລະຫວ່າງ 2 ປະເທດ, ຊຸກຍູ້ການນຳເຂົ້າບັນດາປະເພດສິນຄ້າເຊິ່ງອາເມລິກາ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ…

        ຫວຽດນາມ ຜັນຂະຫຍາຍມາດຕະການຫຼາຍຢ່າງເພື່ອຄວບຄຸມ, ຕ້ານການສໍ້ໂກງ ການຄ້າ, ສິນຄ້າຕ່າງປະເທດທີ່ຄິດເຄື່ອງໝາຍການຄ້າຂອງຫວຽດນາມ ໃສ່ ແລ້ວສົ່ງອອກໄປຍັງຕະຫຼາດທີ 3. ຫວຽດນາມ ແລະ ອາເມລິກາ ໄດ້ແລກປ່ຽນເປັນປະຈຳຜ່ານບັນດາກົນໄກທີ່ມີຢູ່ແລ້ວ ຄືສັນຍາແມ່ວ່າດ້ວຍການຄ້າ ແລະ ການລົງທຶນ ເພື່ອສ້າງຍຸດທະສາດຮ່ວມມືຍາວນານ ແລະ ຮອບດ້ານ, ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ 2 ຝ່າຍ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໄດ້ຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ