ຫວຽດນາມບັນລຸໄດ້ຜົນງານໃຫຍ່ຫຼວງໃນການພັດທະນາເສດຖະກິດແລະລົບລ້າງຄວາມອຶດຫິວ,ຫຼຸດຜ່ອນຄວາມທຸກຍາກ
(ພາບປະກອບ)
(vovworld) - ວັນທີ 27/05, ສື່ເອເລັກໂຕນິກສຳນັກຂ່າວສານ Deutsche welle – DW ໄດ້ມີບົດຂຽນ “ຜົນງານໃນວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຂອງຫວຽດນາມ” ບົດຂຽນໄດ້ຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດສັງຄົມ ແລະ ປະຕິບັດສຳເລດບັນດາຄາດໝາຍສະຫັດສະຫວັດຂອງສະຫະປະຊາຊາດກ່ຽວກັບການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ຕາມບົດຂຽນ, ຫວຽດນາມ ໄດ້ກາຍເປັນປະເທດອາຊີຕາເວັນອອກສ່ຽງໃຕ້ ບັນລຸໄດ້ຜົນງານດັ່ງກ່າວດີກວ່າບໍ່ວ່າປະເທດໃດໃນໂລກ, ບົນພື້ນຖານບົດລາຍງານທີ່ປະກາດໃນວັນທີ 27/05 ຂອງອົງການອາຫານ ແລະ ການກະເສດ (FAO). ຕາມບົດລາຍງານຂອງ FAO, ຖ້າຫາກປີ 1990, 1/3 ຈຳນວນພົນລະເມືອງຫວຽດນາມ ຢູ່ໃນສະພາບອຶດຫິວທຸກຍາກ, ມາຮອດປະຈຸບັນຈຳນວນຕົວເລກດັ່ງກ່າວພຽງແມ່ນ 1/10. ໜັງສືພິມ DW ຕີລາຄາວ່າ, ນີ້ແມ່ນໜຶ່ງໃນບັນດາຜົນງານໃຫຍ່ຫຼວງທີ່ສຸດຂອງຫວຽດນາມ.
ບົດຂຽນກໍ່ຄັດສະເໜີຂໍ້ສັງເກດຂອງປະລິຍາເອກ Gergard Will, ນັກຊ່ຽວຊານອາຊີຕາເວັນອອກສ່ຽງໃຕ້ ສັງກັດສະຖາບັນວິທະຍາສາດ ແລະການເມືອງເຢຍລະມັນ, ທີ່ຕີລາຄາວ່າ, ພັກກອມມູນິດຫວຽດນາມ ໄດ້ມີຄວາມຕັດສິນໃຈຢ່າງຖືກຕ້ອງໃນການປະຕິບັດແນວທາງປ່ຽນໃໝ່ໃນເມື່ອປີ 1986. ກ່ຽວກັບບັນດາໝາກຜົນໃນການປະຕິບັດຄາດໝາຍສະຫັດສະຫວັດຂອງຊະຫະປະຊາຊາດ, ບົດຂຽນສືບຕໍ່ຄັດສະເໜີຂໍ້ສັງເກດຂອງປະລິຍາເອກ Gergard Will ໂດຍຖືວ່າ, ປະຈຸບັນ ຫວຽດນາມ ບັນລຸໄດ້ບັນດາຜົນງານໃຫຍ່ຫຼວງກ່ຽວກັບການພັດທະນາເສດຖະກິດ ແລະ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ແຕ່ຍັງສືບຕໍ່ມີນະໂຍບາຍຕື່ມອີກເພື່ອໃນບັນດາຜົນງານດັ່ງກ່າວນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຢູ່ເຂດຫ່າງໄກຊອກຫຼິກ, ເຊິ່ງພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.