ຫວຽດ​ນາມ-ບ​ຣູ​ໄນ ຍູ້​ແຮງ​ການ​ຮ່ວມ​ມື ແລະ ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ຕໍ່​ສູ້​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານພົນຈັດຕະວາ Awang Halbi bin Mohd Yussof ລັດຖະມົນຕີກະຊວງປ້ອງກັນປະເທດ ທັງເປັນປະທານສະພາຄວາມໝັ້ນຄົງແຫ່ງຊາດ ບຣູໄນ, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ໂຕເລິມ ກຳມະການກົມການເມືອງ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນຫົວໜ້າຄະນະ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ບຣູໄນ ໃນລະຫວ່າງວັນທີ 13-15 ກຸມພາ
ຫວຽດ​ນາມ-ບ​ຣູ​ໄນ ຍູ້​ແຮງ​ການ​ຮ່ວມ​ມື ແລະ ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ຕໍ່​ສູ້​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ - ảnh 1

(ພາບ: http://cand.com.vn)

    ໃນຂອບເຂດການຢ້ຽມຢາມ, ວັນທີ 14 ກຸມພາ, ທ່ານລັດຖະມົນຕີ ໂຕເລິມ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Awang Halbi bin Mohd Yussof ຢູ່ຫ້ອງການຄະນະກຳມະການຄວາມໝັ້ນຄົງແຫ່ງຊາດ ບຣູໄນ. ທີ່ການພົບປະເຈລະຈາ, ລັດຖະມົນຕີທັງສອງທ່ານເນັ້ນໜັກວ່າ: ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງຫວຽດນາມ-ບຣູໄນ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ການຮ່ວມມືລະຫວ່າງ ກະຊວງຕຳຫຼວດຫວຽດນາມ ແລະ ອົງການປະຕິບັດກົດໝາຍຂອງ ບຣູໄນ ໄດ້ຮັບການຜັນຂະຫຍາຍຢູ່ທຸກຂັ້ນ, ຢູ່ບັນດາກົນໄກສອງຝ່າຍ ແລະ ຫຼາຍຝ່າຍຢ່າງຄົບຖ້ວນ, ພິເສດແມ່ນຂອບເຂດພາກພື້ນອາຊຽນ ແລະ ເວທີປາໄສພາກພື້ນ, ສາກົນກ່ຽວກັບການປ້ອງກັນຕ້ານອາດຊະຍາກຳ. ການຮ່ວມມືສອງຝ່າຍໃນຂອບເຂດ ASEANAPOL ບັນລຸໄດ້ປະສິດທິຜົນຫຼາຍຢ່າງ.

ຫວຽດ​ນາມ-ບ​ຣູ​ໄນ ຍູ້​ແຮງ​ການ​ຮ່ວມ​ມື ແລະ ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ຕໍ່​ສູ້​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ - ảnh 2

(ພາບ: http://cand.com.vn)

      ລັດຖະມົນຕີທັງສອງທ່ານເຫັນດີເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ບຣູໄນ ໃນຂອບເຂດການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍເລິກເຊິ່ງກ່ວາເກົ່າ, ໃນນັ້ນ, ຍູ້ແຮງການເຄື່ອນໄຫວແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບອາດຊະຍາກຳ, ຄວາມໝັ້ນຄົງທັງແບບເກົ່າ ແລະ ແບບໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ