(vovworld) - ດ້ວຍຫົວຂໍ້ວ່າ “ຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງໃນໂລກໜຶ່ງທີ່ມີການທ້າທາຍຫຼາຍຢ່າງ”, ກອງປະຊຸມຂັ້ນລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 3 ກ່ຽວກັບຄວາມກ້າວໜ້າຂອງແມ່ຍິງໄດ້ຖືກຈັດຂຶ້ນແຕ່ວັນທີ 12 ຫາ 14/2/2012 ຢູ່ Doha, ປະເທດ Qatar, ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 300 ຄົນ ຂອງບັນດາປະເທດສະມາຊິກ ແລະ ບັນດາອົງການສາກົນ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືບັນດາການທ້າທາຍທີ່ມີຕໍ່ພາລະກິດຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງ, ແບ່ງປັນບັນດາບົດຮຽນ, ຂໍ້ລິເລີ່ມໃນການແກ້ໄຂບັນດາຄວາມຫຍູ້ງຍາກ ແລະ ໄດ້ຮັບຮອງເອົາຖະແຫຼງການ ແລະ ໂຄງການເຄື່ອນໄຫວ Doha ຢືນຢັນຄວາມຕັດສິນໃຈຂອງບັນດາປະເທດ ຂະບວນການບໍ່ຮ່ວມກຸ່ມ ຊຸກຍູ້ບົດບາດ ແລະ ການເຂົ້າຮ່ວມຂອງແມ່ຍິງໃນຂົງເຂດຂອງຊີວິດສັງຄົມ, ພ້ອມກັນນັ້ນກໍເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ເພື່ອແນໃສ່ປະຕິບັດບັນດາຈຸດໝາຍລວມຂອງຂະບວນການບໍ່ຮ່ວມກຸ່ມ .
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລເລືອງມິນ, ຫົວໜ້າຄະນະຫວຽດນາມ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງບັນດາສະມາຊິກ ຂະບວນການບໍ່ຮ່ວມກຸ່ມ ປະຕິບັດຖະແຫຼງການ ແລະ ໂຄງການເຄື່ອນໄຫວ Guatemala (2009) ຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງ, ຊົມເຊີຍການສ້າງຕັ້ງອົງການສະຫະປະຊາຊາດ ກ່ຽວກັບຄວາມສະເໝີບພາບລະຫວ່າງຍິງ - ຊາຍ ແລະ ເພີ່ມທະວີບົດບາດຂອງແມ່ຍິງ (ຫຼື UNWomen), ຖືນີ້ແມ່ນກຳລັງໜູນຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນທົ່ວໂລກ. ທ່ານຮອງລັດຖະມົນຕີ ເລເລືອງມິນ ໄດ້ປະກາດວ່າ: ຫວຽດນາມໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວຮ່ວມມືເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍໃນຂອບເຂດອາຊຽນ ດ້ວຍການໄດ້ຮັບຮອງເອົາຖະແຫຼງການຮ່າໂນ້ຍ ກ່ຽວກັບສະຫວັດດີການ ແລະ ການພັດທະນາຂອງແມ່ຍິງ, ເດັກນ້ອຍເມືອປີ 2010 ແລະ ສ້າງຕັ້ງຄະນະກຳມະການອາຊຽນກ່ຽວກັບການປົກປັກຮັກສາ ແລະ ຊຸກຍູ້ບັນດາສິດຂອງແມ່ຍິງ ແລະ ເດັກນ້ອຍ (ຫຼື ACWC). ທ່ານຮອງລັດຖະມົນຕີ ເລເລືອງມິນ ເນັ້ນໜັກວ່າ: ໂດຍແມ່ນສະມາຊິກຕັ້ງໜ້າຂອງຂະບວນການບໍ່ຮ່ວມກຸ່ມ, ຫວຽດນາມຈະສືບຕໍ່ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນກັບບັນດາສະມາຊິກ ເພື່ອແນໃສ່ຜັນຂະຫຍາຍຖະແຫຼງການ ແລະ ໂຄງການເຄື່ອນໄຫວ Doha ຢ່າງແທດຈິງ, ມີປະສິດທິຜົນ.